ລັດເຊຍຢັ້ງຢືນຫຼັກໝັ້ນສະໜັບສະໜູນຊີຣີ

ລັດເຊຍຢັ້ງຢືນຫຼັກໝັ້ນສະໜັບສະໜູນຊີຣີ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: RIA Novosti
)

(​vovworld) – ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບກັບ​ຄູ່ຕຳ​ແໜ່​ງຊີຣີ Bashar al – Assad ​​ເມື່ອ​ວັນ​ທີ 14/11, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ປຶກສາ​ຫາລື​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສັນຕິພາບ​ສາກົນ​ກ່ຽວ​ກັບ ຊີຣີ, ຫຼື​ເອີ້ນ​ວ່າ​ກອງ​ປະຊຸມ ​ເຊີ​ແນວ 2, ທ່ານ​ປະທານາທິບໍດີ Putin ​ໄດ້​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ລັດ​ເຊຍ ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ອື່ນ​ມານະ​ພະຍາຍາມ​ກະກຽມ​​ໃຫ້​ກອງ​ປະຊຸມ ​ເຊີ​ແນວ 2, ພ້ອມ​ທັງ​ຕີ​ລາຄາ​ຕັ້ງໜ້າຕໍ່ການ​ກຽມ​ພ້ອມ​ຂອງ​ປະທານາທິບໍດີ al – Assad ​ໃນ​ການ​ສົ່ງ​ຄະນະ​ປະຕິບັດ​ງານ​ລັດ​ຖະບານ ຊີຣີ ​ເຂົ້າ​ຮ່ວມ​ເຫດການ​ນີ້. ທ່ານ​ປະທານາທິບໍດີ Putin ສະ​ແດງ​ຄວາມ​ຫວັງວ່າ​ຝ່າຍ​ຄ້ານ ຊີຣີ ຈະ​ມີ​ວິທີ​ສຳ​ພັດທີ່​ມີ​ລັກສະນະ​ສ້າ​ງສັນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

    ການ​ນຳ ລັດ​ເຊຍ ກໍ່​ສະ​ແດງ​ຄວາມ​ເພິ​ງພໍ​ໃຈ​ຕໍ່​ການ​ສົມທົບ​ຂອງ​ລັດຖະບານ ຊີຣີ ກັບ​ຝ່າຍ​ປະຕິບັດ​ງານ​ລວມຂອງ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ (OPCW) ​ແລະ ສະຫະ​ປະຊາ​ຊາດ ​ເພື່ອ​ທຳລາຍ​ສາງ​ອາວຸດ​ເຄມີ​ຢູ່ ຊີຣີ. ສ່ວນ​ທ່ານປະທານາທິບໍດີ al – Assad ​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດ​ຖະບານ ລັດ​ເຊຍ ຍ້ອນ​ໄດ້​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ​ປະຊາຊົນ ຊີຣີ, ພ້ອມ​ທັງ​ຢັ້ງຢືນ​ຄວາມ​ປາ​ຖະໜາຂອງ 2 ຝ່າຍທີ່​ຢາກ​ປັບປຸງ​ການ​ພົວພັນ 2 ຝ່າຍ​ໃນ​ອະນາ​ຄົດ.



ຂ່າວ/ບົດ​ອື່ນ