ລັດເຊຍຢືນຢັນຄວາມປາດຖະໜາຢາກເຈລະຈາກັບອີຢູ

ລັດເຊຍຢືນຢັນຄວາມປາດຖະໜາຢາກເຈລະຈາກັບອີຢູ - ảnh 1

ທ່ານ Dmitry Peskov, ​ໂຄສົກຂອງ ປະທານາທິບໍດີ ລັດ​ເຊຍ

(ພາບ: baodatviet.vn)

(vovworld) – ​ວັນ​ທີ 30/5, ທ່ານ Dmitry Peskov, ​ໂຄສົກຂອງ ປະທານາທິບໍດີ ລັດ​ເຊຍ ​ໄດ້​ຮັບ​ຮອງ​ວ່າຂໍ້​ມູນ​ຂ່າວ​ຂອງ​ສຳນັກ​ຂ່າວສານ Reuters (ປະ​ເທດ ອັງກິດ) ​ໃຫ້​ຮູ້​: ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jean Claude Juncker ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​​ເສດຖະກິດ​ໂລກ Saint Peterburg ​ເຊິ່ງຈະດຳ​ເນີນ​​ໃນ​ລຫວ່າງ​ວັນ​ທີ 16 – 18/6 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ຝ່າ​ຍ ລັດ​ເຊຍ. ທ່ານ Peskov ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ Vladimir Putin ​ແລະ ທ່ານ​ປະທານ​ຄະນະ​ກຳມະການ ​ເອີ​ລົບ Jean Claude Juncker ຄາ​ດວ່າຈະ​ມີ​ການ​ພົບ​ປະສະ​ເພາະ​ຢູ່​ນອກ​ເວທີ​ປາ​ໄສ​ເສດຖະກິດ​ສາກົນ Saint Peterburg. ທ່ານ Peskov ປະກາດ ລັດ​ເຊຍ ຊົມ​ເຊີຍ​ຂໍ້​ຕົກລົງ​ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ເສດຖະກິດ​ສາກົນ Saint Peterburg ຂອງ​ທ່ານ Juncker, ພ້ອມ​ທັງ​ຊີ້​ແຈ້ງ​ວ່າ: ທ່ານ​ປະທານາທິບໍດີ Vladimir Putin ​ໄດ້​​ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ເຈລະຈາ​ກັບ​ສະຫະພາບ ​ເອີ​ລົບ (EU) ຫຼາ​ຍ​ເທື່ອ​ແລ້ວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂຄສົກ​ຂອງ​ປະທານາທິບໍດີ
ລັດ​ເຊຍ ​ເນ​ັ້ນໜັກ​ວ່າ: ​ເພື່ອ​ຟື້ນ​ຟູ​ການ​ພົວພັນລະຫວ່າງ 2 ຝ່າຍ​ແມ່ນ​ຈຳ​ເປັນຕ້ອງ​ມີ​ເວລາ​ເພື່ອ​​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ຝ່າຍ, ຄວາມ​ບໍ່​ລົງ​ລອຍ​ກັນຕ້ອງ​ໄດ້​ຮັບ​ການ​ເຈລະຈາ ຫາກ​ບໍ່​ແມ່ນ​ລົງ​ໂທດ​ເຊິ່ງກັນ ​ແລະ ກັນ.


ຂ່າວ/ບົດ​ອື່ນ