ລັດ​ເຊຍ​ສືບ​ຕໍ່​ຮ່ວມ​ມື​ກັບ ສ​ປຊ ເພື່ອ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ໂລກ

(VOVWORLD) -ລັດເຊຍ ສືບຕໍ່ຮ່ວມມືກັບ ສປຊ ເພື່ອຄ້ຳປະກັນດ້ານສະບຽງອາຫານໃນໂລກ, ເຖິງຢ່າງໃດກໍ່ຕາມຕ້ອງປັບປຸງຂໍ້ລິເລີ່ມທັນຍາຫານທະເລດຳ ເພື່ອແນໃສ່ຮັບປະກັນວ່າ ຈະມີແຫຼ່ງສະໜອງທັນຍາຫານ ໄປຍັງບັນດາປະເທດທຸກຍາກທີ່ສຸດໃນໂລກ ຢູ່ອາຊີ ແລະ ອາບຟຼິກກາ.
ລັດ​ເຊຍ​ສືບ​ຕໍ່​ຮ່ວມ​ມື​ກັບ ສ​ປຊ ເພື່ອ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ໂລກ - ảnh 1ພາບປະກອບ: TTXVN

ປະກາດຢູ່ການຖະແຫຼງຂ່າວ ພາຍຫຼັງການປຶກສາຫາລືດ້ານການເມືອງ ລະຫວ່າງ ລັດເຊຍ ແລະ ຕວັກກີ ໃນວັນທີ 12 ທັນວາ ຢູ່ Istanbul (ຕວັກກີ), ທ່ານຮອງລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergei Vershinin ໃຫ້ຮູ້ວ່າ ລັດເຊຍ ຢັ້ງຢືນຄວາມມານະພະຍາຍາມຂອງ ສປຊ, ແຕ່ອາເມລິກາ ແລະ ສະຫະພາບເອີລົບ (EU) ຕ້ອງມີການກະທຳຕົວຈິງເພື່ອລົບລ້າງຂໍ້ຈຳກັດໃນການສົ່ງອອກຜະລິດຕະພັນກະເສດຂອງລັດເຊຍ. ລັດເຊຍ ຄວນມີໝາກຜົນທີ່ລະອຽດເພື່ອຮັບປະກັນການສົ່ງອອກຜະລິດຕະພັນກະເສດ, ໃນນັ້ນມີການເຊື່ອມຕໍ່ ບັນດາທະນາຄານຂອງລັດເຊຍ ກັບລະບົບຊຳລະສາກົນ (SWIFT) ຄືນໃໝ່ເພື່ອແນໃສ່ຮັບປະກັນການທະລຸກິດທາງການເງິນ ແລະ ຮັບປະກັນການສົ່ງອອກຜະລິດຕະພັນກະເສດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ ມົດສະກູ ຈະສືບຕໍ່ເຮັດວຽກກັບຜູ້ຕາງໜ້າ ສປຊ ກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ