ລັດເຊຍ,ອາເມລິກາເຈລະຈາເພື່ອສ້າງຕັ້ງກົນໄກຢຸດຍິງຢູ່Aleppo,ຊີຣີ

ລັດເຊຍ,ອາເມລິກາເຈລະຈາເພື່ອສ້າງຕັ້ງກົນໄກຢຸດຍິງຢູ່Aleppo,ຊີຣີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 01/05, ກະ​ຊວງ​ປ້ອງ​ກັນ​ປະ​ເທດໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ພວມ​ດຳ​ເນີນ​ໄປ​ເພື່ອ​ສ້າງ​ຕັ້ງ​ກົນ​ໄກ​ຢຸດ​ຍິງ​ຊົ່ວ​ຄາວຢ​ູ່​ແຂວງ Aleppo, ທາງ​ພາກ​ເໜືອ​ຊີ​ຣີ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ເກີດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ ໃນ​ຊຸມ​ມື້​ຜ່ານ​ມາ. ຫົວ​ໜ້າ​ສູນ​​ໄກ່​ເກ່ຍ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຢູ່​ຊີ​ຣີ ຂອງ​ລັດ​ເຊຍ, ພົນ​ຕີ Sergei Kuralenko ໃຫ​້​ຮູ້​ວ່າ, ກົນ​ໄກ​ຢຸດ​ຢິງ​ຢູ່​ບັນ​ດາ​ເຂດ​ຊານ​ນະ​ຄອນ Damascus ໄດ້​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 24 ຊົ່ວ​ໂມງ ຮອດ 21 ໂມງ (GMT) ຂອງວັນ​ທີ 02/05. ຝ່າຍກອ​ງ​ທັບ​ຊີ​ຣີ ກໍ່​ຢືນ​ຢັນ​ຂ່າວ​ຄາວ​ດັ່ງ​ກ່າວ.  ເຖິງວ່​າ, ຍອມ​ຮັບ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ Aleppo ແມ່ນບໍ່​ສາ​ມາດ​ຮັບ​ຮູ້​ໄດ້, ແຕ່​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ສ້າງ​ຕ​ັ້ງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່ Aleppo ໄດ້ເທື່ອ.

ຂ່າວ/ບົດ​ອື່ນ