ລັດເຊຍຮັບຕຳແໜ່ງ ປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ



ລັດເຊຍຮັບຕຳແໜ່ງ ປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ - ảnh 1
(ພາບປະກອບ:
AFP/TTXVN)

(vovworld)-  ວັນ​ທີ 1/6, ຄະນະ​ຜູ້ຕາງໜ້າລັດ​ເຊຍ​ປະ​ຈຳ ສປຊ ​ໄດ້​ຮັບ​ຕຳ​ແໜ່​ງປະທານ​ໝູນວຽນສະພາ​ຄວາມ​ໝັ້ນຄົງ ສປຊ ຈາກ ສ.​ເກົາຫຼີ ຊື່​ງ​ເປັນ​ປະ​ເທ​ດດຳ​ລົງ​ຕຳ​ແໜ່​ງນີ້​ໃນ​ເດືອນ 5/2014 ທີ່​ຜ່ານ​ມາ. ກ່າວ​ຄຳ​ເຫັນພາຍ​ຫຼັງ​​ຮັບ​ຕຳ​ແໜ່​ງຜູ້ນຳ​ໜ້າ​ອົງການ​ມີ​ສິດ​ອຳນາດ​ສູງ​ສຸດ​ຂອງ ສປຊ, ທ່ານ Vitaly Churkin ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າລັດ​ເຊຍ​ປະ​ຈຳ ສປຊ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ວຽກ​ງານ​ຂອງສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ເດືອນ 6/2014 ນີ້​ແມ່ນ​ໜັກໜ່ວງ​ທີ່​ສຸດ, ​ເລີ່​ມຕົ້ນດ້ວຍ​ການ​ປຶກສາ​ຫາລື​ຢ່າ​ງ​ເປີດ​ເຜີຍ​ຊື່​ງຄາດ​ວ່າ​ຈັດ​ຂຶ້ນ​ໃນ​ວັນ​ທີ 11/6 ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ພາລະ​ກຳ​ໃໝ່​ຂອງ​ຄະນະ​ປະຕິບັດ​ງານປົກ​ປັກ​ຮັກສາ​ສັນຕິພາບ​ຂອງ ສປຊ ຈຳນວນ 1.

   ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Vitaly Churkin, ທ່ານ​ຍັງ​ບໍ່​ທັນ​ມີ​ແຜນການ​ຈັດ​ບໍ່​ວ່າການ​ປະຊຸມ​ຄັ້ງ​ໃດ​ຕື່ມ​ອີກ​ຂອງສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ເດືອນ 6/2014 ນີ້​ກ່ຽວ​ກັບ​ບັນຫາ​ຢູ​ແກຼນ ພາຍຫຼັງ​ການ​ປະຊຸມ​ຄັ້ງຕ່າງໆ​ຈັດ​ຂຶ້ນ​ໃນ​ຊຸມ​ເດືອນ​ກ່ອນ. ນອກຈາກ​ນັ້ນ​ແລ້ວ, ​ໃນ​ເວລາ​ທີ່​ລັດ​ເຊຍ ​ເປັນ​ປະທານສະພາ​ຄວາມ​ໝັ້ນຄົງ ສປຊ ອາດ​ຈະ​ເປີດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ບາງປະ​ເທດ​ຕາ​ເວັນ​ອອກ​ກາງ​ຈຳນວນ 1 ຄື: ຊີຣີ, ລີ​ບີ, ອີ​ເອ​ແມນ…/.

ຂ່າວ/ບົດ​ອື່ນ