ລັດເຊຍເພີ່ມທະວີໜູນຊ່ວຍການນຳເຂົ້າກັບຕະຫຼາດຫວຽດນາມ

(VOVWORLD) -ເພື່ອປະຕິບັດຄາດໝາຍນຳວົງເງິນການຄ້າ 2 ຝ່າຍຫວຽດນາມ - ລັດເຊຍ ໃຫ້ຂຶ້ນສູ່ລະດັບ 10 ຕື້ USD ໃນປີ 2020, ລັດເຊຍ ຈະຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນການຄ້າ ແລະ ໜູນຊ່ວຍວິສາຫະກິດສົ່ງອອກຢູ່ຫວຽດນາມ.

ລັດເຊຍເພີ່ມທະວີໜູນຊ່ວຍການນຳເຂົ້າກັບຕະຫຼາດຫວຽດນາມ - ảnh 1 ທ່ານ Alexey V.Popov, ຫົວໜ້າສະຖານກົງສູນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈິມິນ

(ພາບປະກອບ: VNP)

ທ່ານ Alexey V.Popov, ຫົວໜ້າສະຖານກົງສູນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈິມິນ ໄດ້ຢືນຢັນຄືດັ່ງກ່າວ ທີ່ການແນະນຳຮູບແບບການເຄື່ອນໄຫວຫໍການຄ້າລັດເຊຍ ຢູ່ນະຄອນໂຮ່ຈິມິນ ໃນວັນທີ 10 ເມສາ. ຕາມທ່ານ Alexey V.Popov ແລ້ວ, ເພື່ອຊຸກຍູ້ການຄ້າລະຫວ່າງ 2 ປະເທດ, ບັນດາອົງການສົ່ງເສີມການຄ້າລັດເຊຍ ຈະຕັ້ງໜ້າເຊື່ອມຕໍ່ກັບວິສາຫະກິດ ແລະ ເພີ່ມທະວີບັນດາການບໍລິການໜູນຊ່ວຍທີ່ສະຫງວນໃຫ້ວິສາຫະກິດຫວຽດນາມ ແລະ ລັດເຊຍ.

      ຫໍການຄ້າລັດເຊຍ ຢູ່ນະຄອນໂຮ່ຈິມິນ ຈະແມ່ນບ່ອນສະໜອງບັນດາການບໍລິການໜູນຊ່ວຍການເຄື່ອນໄຫວດ້ານການຄ້າໃຫ້ນັກສົ່ງອອກລັດເຊຍ ແລະ ບັນດາວິສາຫະກິດນຳເຂົ້າຂອງຫວຽດນາມ. ລະອຽດແມ່ນ, ຫໍການຄ້າລັດເຊຍ ຈະໜູນຊ່ວຍວິສາຫະກິດ 2 ປະເທດຊອກຫາຄູ່ຮ່ວມມືໃໝ່, ໄຈ້ແຍກ ແລະ ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບຕະຫຼາດ, ແນະນຳບັນດານັກສະໜອງທີ່ມີອິດທິພົນຊື່ສຽງ, ມີຄວາມສາມາດແກ່ງແຍ້ງສູງ, ໃຫ້ຄຳປຶກສາກ່ຽວກັບສັນຍາສົ່ງອອກ ນຳເຂົ້າ…

ຕອບກັບ

ຂ່າວ/ບົດ​ອື່ນ