ລັດເຊຍເອີ້ນເລື່ອງຕວກກີຜັນຂະຫຍາຍທະຫານຢູ່ອີຣັກແມ່ນ“ການແຊກແຊງຢ່າງຜິດກົດໝາຍ”

ລັດເຊຍເອີ້ນເລື່ອງຕວກກີຜັນຂະຫຍາຍທະຫານຢູ່ອີຣັກແມ່ນ“ການແຊກແຊງຢ່າງຜິດກົດໝາຍ” - ảnh 1
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ເຕົ້າ​ໂຮມ​ກັນຢູ່​ໃຈ​ກາງ​ນະ​ຄອນ​​ຫຼວງແບກ​ແ​ດດ
(ພາບ: Reuters)

(vovworld) - ວັນ​ທີ 12/12, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ແຈ້ງວ່າ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Sergei Lavrov ໄດ້​ມີ​ການ​ໂອ​້​ລົ​ມ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງ​ອີ​ຣານ Ibrahim al Jaafari ເພື່ອ​ປຶກ​ສາ​ກາ​ລື​ກ່ຽວ​ກັບ​ເລື່ອງ ຕວກ​ກີ ຜັນ​ຂະ​ຫຍາຍ​ທະ​ຫານ​ເຖິງ​ອີ​ຮັກ ໂ​ດ​ຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຂອງ ແບກ​ແດດ. ມົດ​ສະ​ກູ ໄ​ດ້​ເອີ້ນ​ເລື່ອງ​ຕວກ​ກີ ສົ່ງ​ທະ​ຫານ​ເຖິງ​ພາກ​ເໜືອ​ອີ​ຣັກ ແມ່ນ​ການ​ກະ​ທຳ ແຊກ​​ແຊງ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ຂອງ​ອີ​ຣັກ ຢ່າງ​ຜິດ​ກົ​ດ​ໝາຍ. ນອກ​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ກໍ​ຖະ​ແຫຼງວ່າ: “ຝ່ານ​ລັດ​ເຊຍ ສະ​ແດງ​ຫຼັກ​ໝັ້ນ​ຢ່າງ​ແຂງ​ແຮງ​ໃນ​ການ​ສະ​ໜັບ​ສະ​ໜູນ​ອະ​ທິ​ປ​ະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງອ​ີ​ຣັກ”.

      ແລະ​ກ​ໍ​ໃນ​ວັນ​ທີ 12/12, ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ນັບ​ພັ​ນ​ຄົນ, ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນສະ​ມາ​ຊິກກຳ​ລັງ​ເຄິ່ງ​​ການທະ​ຫານມຸດ​ສະ​ລິມ​ນິ​ກາຍ Shiite ​ໄດ້ເຕົ້າ​ໂຮມ​ກັນຢູ່​ໃຈ​ກາງ​ນະ​ຄອນ​​ຫຼວງແບກ​ແ​ດດ ຂອງ​ອີ​ຣັກ ເພື່ອ​ຮຽກ​ຮ້ອງ​ຕວກ​ກີ ຖອນ​ທະ​ຫານ​ອອກ​ຈາກ​ປ​ະ​ເທດ​ນີ້.

ຂ່າວ/ບົດ​ອື່ນ