ລັດເຊຍແລະອາເມລິກາອອກຖະແຫລງການຮ່ວມຮຽກຮ້ອງມາດຕະການດ້ານການເມືອງໃຫ້ແກ່ຊີຣີ

ລັດເຊຍແລະອາເມລິກາອອກຖະແຫລງການຮ່ວມຮຽກຮ້ອງມາດຕະການດ້ານການເມືອງໃຫ້ແກ່ຊີຣີ - ảnh 1
ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ກຳ​ລັງ​ລຸກ​ຮື​ຂຶ້ນJaish al-Fatah
(ພາບປະ​ກອບ:AFP/TTXVN)

(vovworld)- ​ ​ໃນ​ຖະ​ແຫລງ​ການ​ຮ່ວມ​ທີ່​ຍົກ​ອອກ​ມາ​ໃນ​ວັນ​ທີ 9/5, ດ້ວຍ​ຖາ​ນະ​ເປັນ​ປະ​ທານ​ຮ່ວມ​ກຸ່ມ​ສາ​ກົນ​ຫນູນ​ຊ່ວຍ ຊີ​ຣີ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ຮຽກ​ຮ້ອງ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ຄືນ​ໃຫມ່​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ ຊີ​ຣີ  ຢູ່ ເຊີ​ແນວ ບົນ​ພື້ນ​ຖານ​ເອ​ກະ​ສານ​ໂດຍ​​ທ່ານ  Staffan de Mistura ທູດ​ພິ​ເສດ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ ຊີ​ຣີ ສະ​ເຫນີ ເມື່ອ​ວັນ​ທີ 27/4. ສອງ​ປະ​ເທດ ຈະ​ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ໃຫ້​ສອດ​ຄ່ອງ​ກັບ ມະ​ຕິ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ດ້ວຍ​ວິ​ທີ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ຝ່າຍກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ຢູ່​ເຊີ​ແນວ ພາຍ​ໃຕ້​ການ​ຫນູນ​ຊ່ວຍ​ຂອງ ສ​ປ​ຊ. ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ກຸ່ມ​ສາ​ກົນ​ຫນູ​ນ​ຊ່ວຍ ຊີ​ຣີ ກໍ​ຄື​ບັນ​ດາ​ປະ​ເທດ​ອື່ນ ໃນ​ປະ​ຊາ​ຄົມ​ສາ​ກົນ ຫນູນ​ຊ່ວຍ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢູ່ ຊີ​ຣີ.

ໃນ​ຖະ​ແຫລງ​ການ​ຮ່ວມ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຈົ່ງ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ, ​ລັດ​ເຊຍ ຈ​ະ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຊີ​ຣີ ມາ​ນະ​ພະ​ຍາ​ຍາມຫລຸດ​ຜ່ອນ​ການ​ນຳ​ໃຊ້​ກອງ​ທັບ​ອາ​ກາດ​ຢູ່​ບັນ​ດາ​ເຂດ​ມີ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຫລື ບັນ​ດາ​ກຸ່ມ​ປະ​ກອ​ບ​ອາ​ວຸດ ຕ້ອງ​ເຄົາ​ລົບ​ຄຳ​ສັ່ງ​ຢຸດ​ຍິງ. ໃນ​ຂະ​ນະ​ນັ້ນ, ອາ​ເມ​ລິ​ກາ ຈະ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ໃນ​ພາກ​ພື້ນ ສະ​ກັດ​ກັ້ນ ທຸກ​ການ​ຫນູນ​ຊ່ວຍ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ