ລັດເຊຍໂຈະຂໍ້ຕົກລົງນິວເຄຼຍກັບອາເມລິກາ

ລັດເຊຍໂຈະຂໍ້ຕົກລົງນິວເຄຼຍກັບອາເມລິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  Dmitry Medvedev 
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ ​ວັນ​ທີ 5/10, ລັດ​ເຊຍ ປະ​ກາດ​ວ່າ​ປະ​ເທດນີ້​ຈະ​ໂຈະ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ນິວ​ເຄຼຍ ແລະ ຄົ້ນ​ຄ້​ວາ​ພະ​ລັງ​ງານ​ນິວ​ເຄຼຍ​ໄດ້​ເຊັນ​ໃນ​ປີ 2013 ກັບ ອາ​ເມ​ລິ​ກາ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ເລື່ອງ ວໍ​ຊິງ​ຕັນ ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ມົດ​ສະ​ກູ ທີ​່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ ຢູ​ແກຼນ. ໃນ​ແວບ​ໄຊ​ທາງ​ການ, ລັດ​ຖະ​ບານ ລັດ​ເຊຍ ໄດ້​ປະ​ກາດ​ດຳ​ລັດ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  Dmitry Medvedev ເຊັນ​ໃນ​ວັນ​ດຽວ​ກັນ ໂດຍ​ຊີ້​ແຈ້ງວ່າ: “ເລື່ອງ ອາ​ເມ​ລິ​ກາ​ ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ແນ​ໃສ່​ລັດ​ເຊຍ, ໃນ​ນັ້ນ​ມີ​ການ​ກະ​ທຳ​ໂຈະ​ການ​ຮ່ວມ​ມື ລັດ​ເຊຍ - ອາ​ເມ​ລິ​ກາ ໃນ​ຂົ​ງ​ເຂດ​ພະ​ລັງ​ງານ ນິວ​ເຄຼຍ, ຮຽກ​ຮ້ອງ​ໃຫ້​ຝ່າຍ ລັ​ດ​ເຊຍ ຕ້ອງ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ສຳ​ລັບ ອ​າ​ເມ​ລິ​ກາ”. ຕາມ​ດຳ​ລັດ​ດັ່ງ​ກ່າວ​ແລ້ວ, “​ພົນ​ລະ​ເມືອງ ອາ​ເມ​ລິ​ກາ ​ທຸກຄົນ ຈະ​ບໍ່​​ອະ​ນຸ​ຍາດ​ໃຫ້​ໄປ​ຍ​ັງ​ບັນ​ດາ​ຮ​າກ​ຖານ​ນິວ​ເຄຼຍ​ຂອງ ລັດ​ເຊຍ”. ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ປະ​ກາດ​ວ່າ: ມົດ​ສະ​ກູ “ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ວໍ​ຊິງ​ຕັນ ໃນ​ຂົງ​ເຂດ​​ທີ່​ມີ​ຄວາມສະ​ດຸງ​ໄວ​ຄື​ແນວ​ນັ້ນ”. ຄຳ​ຕັດ​ສິນ​ດັ່ງ​ກ່າວກໍ່​ລວມ​ມີ​ເລື່ອງ​ໂຈະ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ພະ​ລັງ​ງານ ນິວ​ເຄຼຍ Rosatom ຂອງ​ລັດ​ເຊຍ ກັບ​ກະ​ຊວງ​ພະ​ລັງ​ງານ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ຄົ້ນ​ຄ້​ວາ​ວິ​ທີ​ການ​ຫັນ​ປ່ຽນ​ບັນ​ດາ​​ເຕົານິວ​ເຄຼຍ​​ຂອງ​ລັດ​ເຊຍ ເພື່ອ​ເສີມ​ທາດ urani ​ຢູ່​ໃນ​ລະ​ດັບ​ຕ່ຳ.


ຂ່າວ/ບົດ​ອື່ນ