ລັດເຊຍໄວ້ທຸກລະດັບຊາດບັນດາຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດເຮືອບິນຕົກຢູ່ອີຢິບ

ລັດເຊຍໄວ້ທຸກລະດັບຊາດບັນດາຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດເຮືອບິນຕົກຢູ່ອີຢິບ - ảnh 1
ວັງ Kremlin ຢູ່ Moscow ລົດ​ທຸງ​ລົງ​​ເຄິ່ງ​ເສົາໃນວັນທີ 1/11


(vovworld) – ​ ​ໃນ​ວັນ​ທີ 1/11 ທົ່ວ​ປະ​ເທດ ລັດເຊຍ ​ໄດ້​ໄວ້​ທຸກ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ224 ຄົນ ທີ່​ເສຍ​ຊີວິດຈາກ​ອຸບັດ​ຕິ​ເຫດ​ເຮືອບິນ​ຕົກຢູ່ ອີ​ຢິບ ​ໃນ​ວັນ​ທີ 31/10. ບັນດາ​ສຳນັກງານ​ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດຂອງ ລັດ​ເຊຍ ລ້ວນ​ແຕ່ລົດ​ທຸງ​ລົງ​​ເຄິ່ງ​ເສົາ ​ແລະ ​ໂຈະ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ, ສະຖານບັນ​ເທີ​ງ​ຖືກ​ປິດ​ປະຕູ. ​ເຮືອບິນ Airbus A – 321 ຂອງ​ບໍລິສັດການບິນ Kogalymavia ຕົກ​ໃນ​ວັນ​ທີ 31/10, ພາຍຫລັງ​ບິນ​ຂື້ນພຽງ​ແຕ່ 20 – 30 ນາທີ​ເທົ່າ​ນັ້ນ​ຈາກເຂດຕາກ​ອາກາດ Sharm El Sheikh ​ເຖິງ​ນະຄອນ St Petersburg ຂອງ ລັດ​ເຊຍ.

        ຄະນະກຳມະການ​ສຳ​ຫລວດ​ກວດ​ກາຂອງ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ຈະ​ພິຈາລະນາ​ທຸກກໍລະນີ​​ໃນ​ວິວັດ​ການ​ກວດ ​ເພື່ອ​ເຮັດ​ແຈ້ງ​ສາຍ​ເຫດ​ຂອງ​ເຮືອບິນທີ່​ປະສົບອຸບັດ​ຕິ​ເຫດນີ້.

ຂ່າວ/ບົດ​ອື່ນ