ລີບີ: 83 ຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດບຸກໂຈມຕີຢູ່ສະໜາມບິນ Mitiga

(VOVWORLD) - ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: 2 ຝ່າຍໄດ້ຍິງປືນ ແລະ ປືນໃຫຍ່ໃສ່ກັນຢູ່ເຂດໃກ້ກັບສະໜາມບິນ

ກະຊວງສາທາລະນະສຸກ ລີບີ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ ແລະ  63 ຄົນຖືກຮັບບາດເຈັບ, ໃນນັ້ນ ມີ 3 ຄົນຖືກບາດເຈັບໜັກ, ໃນການປະທະກັນລະຫວ່າງບັນດາກຳລັງປ້ອງກັນຄວາມສະຫງົບ ແລະ ກຸ່່ມປະກອບອາວຸດ ທີ່ບຸກໂຈມຕີສະໜາມບິນສາກົນ Mitiga ໃກ້ກັບນະຄອນຫຼວງ Tripoli ໃນວັນທີ 15 ມັງກອນ. ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: 2 ຝ່າຍໄດ້ຍິງປືນ ແລະ ປືນໃຫຍ່ໃສ່ກັນຢູ່ເຂດໃກ້ກັບສະໜາມບິນ.

        ໃນຖະແຫຼງການ, ລັດຖະບານສາມັກຄີຊົນຊາດ (GNA) ໃຫ້ຮູ້ວ່າ: ບັນດາຜູ້ບຸກໂຈມຕີບໍ່ທັນກຳນົດໄດ້ວ່າແມ່ນຂຶ້ນກັບກຸ່ມໃດ ໄດ້ຍິງປືນບຸກໂຈມຕີໃສ່ສະໜາມບິນ Mitiga ເພື່ອຊອກຫາວິທໃຫ້ພວກກໍ່ການຮ້າຍຂຶ້ນກັບອົງການ ອິດສະລາມ IS, ອົງການກໍ່ການຮ້າຍ al – Qaeda ແລະ ບາງກຸ່ມຫົວຮຸນແຮງອື່ນໆພວມຖືກກັກຂັງທີ່ຄຸກຢູ່ໃນສະໜາມບິນນີ້ພົ້ນໜີໄປ. ປະຈຸບັນ, ຜູ້ໂດຍສານທຸກໆຄົນໄດ້ອົບພະຍົບເຖິງບ່ອນປອດໄພແລ້ວ ແລະ ສະໜາມບິນ Mitiga ພວມຢູ່ໃນສະຖານະການຢຸດຕິການເຄື່ອນໄຫວຈົນຮອດເວລາມີແຈ້ງຂ່າວໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ