“ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ” ຢູ່ Vancouver ປະ​ກອບ​ສ່ວນ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ​ໃຫ້​ສັງ​ຄົມຫຼາກຫຼາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຢູ່ ກາ​ນາ​ດາ

(VOVWORLD) - ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີມະໂລງ 2024, ວັນທີ 5 ກຸມພາ (ຕາມເວລາທ້ອງຖິ່ນ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vancouver, ການາດາ, ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອພ້ອມກັນມ່ວນຊື່ນ ແລະ ອວຍພອນປີໃໝ່ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ເຂດພາກຕາເວັນຕົກ ການາດາ.
“ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ” ຢູ່ Vancouver ປະ​ກອບ​ສ່ວນ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ​ໃຫ້​ສັງ​ຄົມຫຼາກຫຼາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຢູ່ ກາ​ນາ​ດາ - ảnh 1ບັນດາຜູ້ແທນເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ (ພາບ: baoquocte.vn)

        ເຫດການດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກລັດຖະມົນຕີ ແລະ ຜູ້ວ່າການຫຼາຍທ່ານ, ເຊິ່ງເປັນບຸກຄົນທີ່ຮັກປະເທດ ຫວຽດນາມ ແລະ ຕາງໜ້າໃຫ້ອຳນາດການປົກຄອງລັດ British Columbia. ທ່ານ Victor Oh ສະມາຊິກສະພາສູງ, ທັງເປັນປະທານສະສະມາຄົມສະມາຊິກລັດຖະສະພາມິດຕະພາບ ການາດາ - ຫວຽດນາມ ໄດ້ຕາງໜ້າໃຫ້ ການາດາ, ພ້ອມກັບຜູ້ຕາງໜ້າສະຖານກົງສູນໃຫຍ່ຂອງບັນດາປະເທດ ອາຊີ ປະຈຳຢູ່ລັດດັ່ງກ່າວກໍໄດ້ເຂົ້າຮ່ວມລາຍການ.

        ຕາງໜ້າອຳນາດການປົກຄອງລັດ British Columbia, ທ່ານລັດຖະມົນຕີກະຊວງປ່າໄມ້ ຮັບຜິດຊອບວຽກງານການຕ່າງປະເທດ Bruce Ralston ໄດ້ຍ້ອງຍໍຊົມເຊີຍລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ໄດ້ປະກອບສ່ວນເພີ່ມຄວາມອຸດົມສົມບູນໃຫ້ແກ່ສັງຄົມຫຼາກຫຼາຍສີສັນວັດທະນະທຳຢູ່ ການາດາ. ທ່ານກໍຊົມເຊີຍບົດບາດຂອງປະຊາຄົມຊາວ ຫວຽດນາມ ເວົ້າລວມ ແລະ ສະມາຄົມນັກທຸລະກິດ ຫວຽດນາມ - ການາດາ ເວົ້າສະເພາະ ທີ່ມີຕໍ່ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ