ລະດົມທຸກກຳລັງເພື່ອແກ້ໄຂຜົນຮ້າຍຈາກ ໄພນ້ຳຖ້ວມຢູ່ພາກກາງ

     ລະດົມທຸກກຳລັງເພື່ອແກ້ໄຂຜົນຮ້າຍຈາກ ໄພນ້ຳຖ້ວມຢູ່ພາກກາງ - ảnh 1
ກອງ​ປະ​ຊຸມ​ກ່ຽວ​ກັບການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ


(vovworld)- ຕາມ​ບົດ​ລາ​ຍງານດ່ວນ​ຂອງ​ຫ້ອງ​ການ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ໄລ​ຮອດ​ຕອນ​ເຊົ້າ​ວັນ​ທີ 16/10, ໄພ​ນ້ຳ​ຖ້ວມ​ໃນ​ຊຸມມື້​ທີ່​ຜ່ານ​ມາ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ​ລວມ​ມີ : ແທງ​ຮ້​ວາ, ເງະ​ອານ, ຮ່າ​ຕິ້ງ, ກວາງ​ບີງ, ກວາງ​ຈິ, ເທື່ອ​ທຽນ​ເຫ້ວ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 15 ຄົນ, 9 ຄົນ​ຫາຍ​ສາບ​ສູນ, 18 ຄົນ​ໄດ້​ຮັບ​ບາດ​ເຈັບ. ໄພ​ນ້ຳ​ຖ້ວມກໍ​ໄດ້​ເຮັດ​ໃຫ້​ເຮືອນ 7 ຫຼັງ​ຖືກ​ເພ​ພັງ, ຍອດ​ຈຳ​ນວນ​ເຮືອນ​ທີ່​ຍັງ​ຖືກ​ນ້ຳ​ຖ້ວມໃນ​ປະ​ຈຸ​ບັນ​ແມ່ນ​ເກືອບ 100.000 ຫຼັງ; ເນື້ອ​ທີ່​ນາ​ຖືກ​ນ້ຳ​ຖ້ວມ​ເກືອບ 1.600 ແຮ​ກ​ຕາ, ພືດ​ສຳ​ຮອງ​ຖືກ​ນ້ຳ​ຖ້ວມ​ເກືອບ 10.000 ແຮ​ກ​ຕາ. ເສັ້ນ​ທາງຫຼວງ, ເສັ້ນທາງ​ແຂວງ​ຕໍ່​ແຂວງ, ເມືອງ​ຕໍ່​ເມືອງຫຼາຍ​ສາຍ​ຖືກ​ນ້ຳ​ຖ້ວມ ເຮັດ​ໃຫ້​ການ​ຄົມ​ມະ​ນາ​ຄົມ​ຖືກ​ຕັດ​ຂາດ. ຕອນ​ບ່າຍ​ວັນ​ທີ 15/10, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ​ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຈິ້ງ​ດີງ​ຢຸງ ນຳ​ໜ້າ ໄດ້​ລົງ​ໄປ​ຊີ້​ນຳ, ຜັນ​ຂະ​ຫຍາຍ​ວຽກ​ງານ​ຮັບ​ມື​ກັບໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ແລະ ກວາງ​ບີງ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ​ສົ່ງ​ກຳ​ລັງ​ໄປ​ຮັບ​ມື ກູ້​ໄພ​ກູ້​ຊີບຢ່າງ​ທັນ​ການ.

   ພ້ອມ​ກັນ​ນັ້ນ, ແຂວງກວ່ງາ​ບີງກໍ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ປະ​ຕິ​ບັດ​ງານ​ລົງ​ໄປ​ທ້ອງ​ຖິ່ນເພື່ອ​ຊີ້​ນຳ, ຜັນ​ຂະ​ຫຍາຍ​ວຽກ​ງານ​ຮັບ​ມື​ກັບໄພ​ນ້ຳ​ຖ້ວມ​.

    ຕອນ​ເຊົ້າ​ວັນ​ທີ 16/10, ສະ​ພາ​ກາ​ແດງ​ຫວຽດ​ນາມ​ໄດ້​ຕົກ​ລົງ​ຊ່ວຍ​ບັນ​ເທົາ​ທຸກ​ໂດຍ​ດ່ວນ​ລວມ​ມີ​ເຄື່ອງ​ບັນ​ເທົາ​ທຸກ, ເງິນ​ສົດ​ຕົກ​ເປັນ​ມູນ​ຄ່າ​ເກືອບ 2 ຕື້​ດົງ​ໃຫ້​ແກ່ 4 ແຂວງ: ເງະ​ອານ, ຮ່າ​ຕິ້ງ, ກວາງ​ບີງ ແລະ  ກວາງ​ຈິ.
ຂ່າວ/ບົດ​ອື່ນ