ລະ​ດົມ​ແຫຼ່ງ​ກຳ​ລັງ, ດຶງ​ດູດ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ດອຍ

(VOVWORLD) -ທ່ານ ເຮົ່າອາເລັ່ງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ, ຮອງຫົວໜ້າຄະນະຊີ້ນຳສູນກາງຮັບຜິດຊອບໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025, ໄດ້ຮຽກຮ້ອງການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືພັດທະນາ, ຜູ້ອຸປະຖຳທັງຢູ່ພາຍໃນ ແລະ ສາກົນ ໃນການເພີ່ມເຕີມແຫຼ່ງກຳລັງ ແລະ ແບ່ງປັນປະສົບການ, ວິທີເຮັດໃໝ່ເພື່ອຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ໄດ້ຢ່າງທັນການ, ປະຢັດ ແລະ ມີປະສິດທິຜົນກວ່າເກົ່າ.  
ລະ​ດົມ​ແຫຼ່ງ​ກຳ​ລັງ, ດຶງ​ດູດ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ດອຍ - ảnh 1ທ່ານ ເຮົ່າອາເລັ່ງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: dangcongsan.vn)

ວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງຮັບຜິດຊອບບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025 ໄດ້ສົມທົບກັບທະນາຄານໂລກ, ອົງການ ສປຊ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາກັບບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາເພື່ອຖະແຫຼງຂ່າວ, ແບ່ງປັນບົດຮຽນປະສົບການ; ສ້າງແຜນການຮ່ວມມື, ລະດົມແຫຼ່ງກຳລັງ ແລະ ດຶງດູດການລົງທຶນໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030.

        ໃນກອງປະຊຸມສຳມະນາ, ຕາງໜ້າການນຳບັນດາກະຊວງ, ຂະແໜງການ ໄດ້ແບ່ງປັນຂໍ້ມູນຂ່າວສານໃຫ້ຜູ້ຕາງໜ້າບັນດາອົງການສາກົນ, ແລກປ່ຽນກ່ຽວກັບການກຳນົດທິດຊີ້ນຳກໍຄືແຜນການຜັນຂະຫຍາຍປະຕິບັດໂຄງການໃນໄລຍະຈະມາເຖິງ. ທ່ານ ເຮົ່າອາເລັ່ງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ, ຮອງຫົວໜ້າຄະນະຊີ້ນຳສູນກາງຮັບຜິດຊອບໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2021 – 2025, ໄດ້ຮຽກຮ້ອງການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືພັດທະນາ, ຜູ້ອຸປະຖຳທັງຢູ່ພາຍໃນ ແລະ ສາກົນ ໃນການເພີ່ມເຕີມແຫຼ່ງກຳລັງ ແລະ ແບ່ງປັນປະສົບການ, ວິທີເຮັດໃໝ່ເພື່ອຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030 ໄດ້ຢ່າງທັນການ, ປະຢັດ ແລະ ມີປະສິດທິຜົນກວ່າເກົ່າ.  


ຕອບກັບ

ຂ່າວ/ບົດ​ອື່ນ