ລະດົມແຫຼ່ງກຳລັງປ້ອງກັນ, ຕ້ານໄຂ້ຫວັດ A/H7N9 ຢູ່ຫວຽດນາມ

ລະດົມແຫຼ່ງກຳລັງປ້ອງກັນ, ຕ້ານໄຂ້ຫວັດ A/H7N9 ຢູ່ຫວຽດນາມ - ảnh 1
ກອງ​ປະຊຸມລະດົມ​ແຫຼ່ງກຳລັງ​ປ້ອງ​ກັນ, ຕ້ານໄຂ້ຫວັດ A/H7N9
(ພາບ: baomoi.com)


(vovworld) - ວັນ​ທີ 06/05, ກະຊວງ​ສາທາລະນະ​ສຸກ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມລະດົມ​ແຫຼ່ງກຳລັງ​ປ້ອງ​ກັນ, ຕ້ານໄຂ້ຫວັດ A/H7N9, ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ບຸລິມະສິດ​​ທີ່​ຄວນ​ໜູນ​ຊ່ວຍກ່ຽວ​ກັບ​ດ້ານ​ເຕັກນິກ ​ແລະ ການ​ເງິນ​ໃຫ​້​ແກ່​ຫວຽດນາມ ​ເພື່ອ​​ແນ​ໃສ່ສະກັດ​ກັ້ນໄຂ້ຫວັດ. ການ​ນຳ​ກະຊວງ​ສາທາລະນະ​ສຸກ ຢືນຢັນ​ວ່າ ສິ່ງ​ສຳຄັນ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ວົງ​ຄະນະ​ຍາດ​ສາກົນ​ເພື່ອ​ມີ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ​​ໃນ​ການ​ຕິດຕາມ, ຮັບ​ມື ​ແລະ ຮູ້​ແຮງ​ວຽກ​ງານ​ໂຄສະນາ​, ​ແນ​ໃສ່​ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງໄຂ້ຫວັດສັດ​ປີກ A/H7N9 ທີ່​ມີ​ຕໍ່​ສຸ​ຂະ​ພາບ​ຂອງ​ປະຊາຊົນ ​ແລະ ພື້ນຖານ​ເສດຖະກິດ. ສ່ວນກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ທ່ານ​ຮອງ​ລັດຖະມົນ​ຕີ ຫວູວັນ​ຕ໋າມ ​ໃຫ້​ຮູ້​ວ່າ.

        “ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ຜັນ​​ແປ່ຢ່າງສັບສົນ​ຂອງໄຂ້ຫວັດ A/H5N1 ​ແລະ ໄຂ້ຫວັດ A/H1N1 ​ແລະ ​ໄພແຜ່ລາມຂອງໄຂ້ຫວັດ A/H7N9. ນີ້​ແມ່ນ​ບັນດາ​ສິ່ງ​ທະ​ທາຍ​ໃຫຍ່ ຮຽກຮ້ອງ​​ໃຫ້ຕ້ອງ​ມີການ​ເຂົ້າ​ຮ່ວມ​ຂອງ​ຂະ​ແໜງ​ກະ​ສິກຳ ​ແລະ ສາທາລະນະ​ສຸກ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ຊີ້​ນຳ​ຂະ​ແໜງ​ການ​ທຸກ​ຂັ້ນ​ທີ່​ນອນ​ໃນ​ລະບົບ​ສັດຕະວະ​ແພດ ​ເພີ່ມ​ທະວີ​ການ​ຕິດຕາມ​ກວ​ດກາ, ຮັບປະກັນ​ການ​ພົບ​ຫັນ​ບ່ອນ​ເກີດ​ໂລກລະບາດໂດຍ​ໄວ, ພ້ອມ​ທັງ​ມີ​ມາດ​ຕະການ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງໄຂ້ຫວັດ A/H7N9”.

        ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ມັນ​ມີ​ຫຼັກ​ຖານ​ທີ່​ວ່າ ​ໄວຣັດໄຂ້ຫວັດ A/H7N9 ສາມາດ​ຕິດ​ແປດ​ຈາກ​ຄົນສູ່​ຄົນ​ເທື່ອ ​ແລະ ຢູ່​ຫວຽດນາມ​ ຍັງບໍ່​ທັນ​ມິ​ກໍ​ລະນີ​ໃດ​ຕິດ​ໂວຣັດໄຂ້ຫວັດ A/H7N9 ຢູ່​ຄົນ ກໍ​ຄື​ສັດລ້ຽງ.

ຂ່າວ/ບົດ​ອື່ນ