ລະນຶກ 90 ປີແຫ່ງວັນເຖິງແກ່ມໍລະນະກຳ ຂອງ ພໍ່ຕູ້ ຫງວຽນຊິງຊັກ

(VOVWORLD) -ວັນທີ 24 ພະຈິກ, ຢູ່ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງຊັກ ຊຶ່ງແມ່ນບິດາຂອງປະທານໂຮ່ຈິມິນ ທີ່ແຂວງດົງທາບ, ໄດ້ຈັດພິທີໄຫວ້ບູຊາລະນຶກ 90 ປີແຫ່ງວັນເຖິງແກ່ມໍລະນະກຳ ຂອງ ພໍ່ຕູ້ ຫງວຽນຊິງຊັກ
ລະນຶກ 90 ປີແຫ່ງວັນເຖິງແກ່ມໍລະນະກຳ ຂອງ ພໍ່ຕູ້ ຫງວຽນຊິງຊັກ - ảnh 1ພິທີໄຫວ້ບູຊາອາໄລຫາ ພໍ່ຕູ້ ຫງວຽນຊິງຊັກ 

ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ມີຄວາມໝາຍທາງດ້ານການເມືອງ, ວັດທະນະທຳມະນຸດ, ປະກອບສ່ວນສຶກສາອົບຮົມລັດທິຮັກຊາດ, ວິລະຊົນປະຕິວັດໃຫ້ລຸ່ນຄົນປະຈຸບັນ ແລະ ອະນາຄົດ.

     ປີນີ້, ໃນຊຸມວັນຈັດພິທີໄຫວ້ບູຊາອາໄລຫາ,  ຢູ່ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງຊັກ ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວເຊັ່ນ: ງານວາງສະແດງເອກະສານວັດຖຸພັນກ່ຽວກັບ ພໍ່ຕູ້ ຫງວຽນຊິງຊັກ, ປະທານໂຮ່ຈິມິນ, ບ້ານເກີດເມືອງ , ປະເທດຊາດ ແລະ ຊາວດົງທາບ, ການສະແດງສິລະປະຂັບເດີນກາຕາຍຕື, ຂັບກາຍເລືອງ, ເພງພື້ນເມືອງ….

ຕອບກັບ

ຂ່າວ/ບົດ​ອື່ນ