ລາຄານ້ຳມັນຫລຸດລົງຢ່າງແຮງສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດທົ່ວໂລກ

ລາຄານ້ຳມັນຫລຸດລົງຢ່າງແຮງສ້າງກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດທົ່ວໂລກ - ảnh 1
(ພາບ​ປະ​ກອບ​ຈາກ AFP)

(vovworld) - ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ​ຢ່າງ​ແຮງ​ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ - ນັ້ນ​ແມ່ນ​ການ​ຕີ​ລາ​ຄາ​ໄດ້​ຍົກ​ອອກ​ມາ​ໃນ​ຖະ​ແຫຼງ​ກາ​ນ​ຮ່ວມ​ຂອງກອງ​ປະ​ຊຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກາ​ນ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ​ຂອງ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ (G20) ຖືກ​ອັດ​ລົງ​ໃນ​ວັນ​ທີ 10/2, ຢູ່ Istanbul (ປະ​ເທດ​ຕວກ​ກີ). ຕາມນັ້ນ​ແລ້ວ, ເລື່ອງ​ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ​ອາດ​ຈະ​ຊຸກ​ຍູ້​ກຳ​ລັງ​ຊື້​ຂອງ​ບັນ​ດາ​ປະ​ເທດ​ນຳ​ເຂົ້າ​ພະ​ລັງ​ງານ ແລະ ຫລຸດ​ຜ່ອນ​ຄວາມ​ດັ່ນ​​ຈາກ​ໄພ​ເງິນ​ເຟີ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍ້ອນ​ການຄາດ​ຄະ​ເນ​ລາ​ຄາ​ນ້ຳ​ມັນ​ຍັງ​ບໍ່​ທັນ​ຈະ​ແຈ້ງ ດັ່ງ​ນັ້ນ​ຕ້ອງ​ຕິດ​ຕາມ​ສະ​ພາບ​ການ​ຢູ່​ບັນ​ດາ​ຕະຫຼາດ ກໍ່​ຄື​ຜົນ​ສະ​ທ້ອນ​ຂອງ​ການ​ຜັນ​ແປ​ລາ​ຄາ​ນ້ຳ​ມັນ​ເຖິງ​ເສດ​ຖະ​ກິດ​ໂລກ. ຕາມ G20 ແລ້ວ, ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ​ກໍ່​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ຕີ​ລາ​ຄາ​ຄືນ​ນະ​ໂຍ​ບາຍ​ພາ​ສີ ແລະ ລົ​ບ​ລ້າງ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ລາ​ຄາ​ເຊື້ອ​ເ​ພິງ. ຖະ​ແຫຼງ​ການ​ຂອງ G20 ກໍ່​ຊີ້​ແຈ້ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ດຳ​ເນີນ​ບາດ​ກ້າວ​ທີ່​ແຂງ​ແຮງ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ເສ​ດ​ຖະ​ກິດ​ທົ່ວ​ໂລກ, ພ້ອມ​ທັງ​ຊົມ​ເຊີຍ​ບັນ​ດາ​ແງ່​ຫວັງ​​ທີ່ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ວຽກ​ເຮັດ​ງານ​ທຳ​ຢູ່​ບາງ​ພື້ນ​ຖານ​ເສດ​ຖະ​ກິດຫຼັກ​ແຫຼ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G20 ກໍ່​ສະ​ແດງ​ຄວາມ​ວິ​ຕົກ​​ກັງ​ວົນ​ຕໍ່​​ລະ​ດັ​ບ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ຊັກ​ຊ້າ​ຢູ່​ເຂດ​ໃຊ້​ສະ​ກຸນ​ເງິນ​ ​ລວມເອີ​ໂຣ (Eurozone), ຍີ່​ປຸ່ນ ແລະ ບາງ​ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ພົ້ນ​ເດັ່ນ​ຂຶ້ນ.
ຂ່າວ/ບົດ​ອື່ນ