ລາງວັນ Nobel ສັນຕິພາບ 2018

(VOVWORLD) - ບັນດາການນຳໂລກ ແລະ ບັນດາອົງການຈັດຕັ້ງສາກົນໄດ້ຍ້ອງຍໍຊົມເຊີຍບັນດາການເຄື່ອນໄຫວບໍ່ຮູ້ອິດຮູ້ເມື່ອຍຂອງທ່ານໝໍ Denis Mukwege ຊາວ ກົງໂກ ແລະ ນາງ Nadia Murad, 
ລາງວັນ Nobel ສັນຕິພາບ 2018 - ảnh 1ທ່ານໝໍ Denis Mukwege ແລະ ນາງ Nadia Murad (ພາບ:  AFP/TTXVN) 

ເຊິ່ງເປັນ 2 ຄົນທີ່ຫາກໍ່ຄວ້າໄດ້ລາງວັນ Nobel ສັນຕິພາບ 2018 ຍ້ອນມີບັນດາຄວາມມານະພະຍາຍາມແນໃສ່ຢຸດຕິການໃຊ້ຄວາມຮຸນແຮງທາງເພດສຳພັນໃນສົງຄາມ ແລະ ການປະທະກັນດ້ວຍກຳລັງອາວຸດ.

       ທ່ານ Michelle Bachelet ຂ້າຫລວງໃຫຍ່ສິດທິມະນຸດສະຫະປະຊາຊາດຖືວ່າ: ຍາກທີ່ຈະມີໃຜເໝາະສົມກັບລາງວັນ  Nobel ສັນຕິພາບໄປກ່ວາທ່ານໝໍ Denis Mukwege ແລະ ນາງ Nadia Murad, 2 ຄົນດັ່ງກ່າວ ໄດ້ຕໍ່ສູ້ຕ້ານຄືນການໃຊ້ຄວາມຮຸນແຮງທາງເພດສຳພັນໃນສົງຄາມຢ່າງພິລະອາດຫານ, ບໍ່ຮູ້ອິດຮູ້ເມື່ອຍ ແລະ ມີປະສິດທິຜົນ.

       ທ່ານປະທານສະພາ ເອີຣົບ Donald Tusk ໄດ້ສະແດງນ້ຳໃຈເຄົາລົບກ່ຽວກັບຈິດໃຈພິລາອາດຫານ, ຄວາມເມົາມົວ ແລະ ລັກສະນະມະນຸດສາດຕໍ່ 2 ຄົນທີ່ຫາກໍ່ຄວ້າໄດ້ລາງວັນ Nobel ສັນຕິພາບ 2018.

ຕອບກັບ

ຂ່າວ/ບົດ​ອື່ນ