ລາງວັນ ບຸຍ​ຊວັນ​ຝ໊າຍ - ​ຄວາມ​ຮັກ​ຮ່າ​ໂນ້ຍ

(VOVWORLD) -ຕອນບ່າຍວັນທີ 28 ຕຸລາ, ພິທີມອບລາງວັນ ແລະ ງານວາງສະແດງ ລາງວັນ ບຸຍຊວັນຝ໊າຍ - ຄວາມຮັກຮ່າໂນ້ຍ ຄັ້ງທີ 14 ປີ 2021 ໄດ້ດຳເນີນຢູ່ຮ່າໂນ້ຍ, ພ້ອມກັບພິທີປຸກລະດົມການແຂ່ງຂັນພາບຖ່າຍ, ຄຼິບວີດີໂອ “ຮ່າໂນ້ຍສວຍສົດງົດງາມ”.

ລາງວັນ ບຸຍ​ຊວັນ​ຝ໊າຍ - ​ຄວາມ​ຮັກ​ຮ່າ​ໂນ້ຍ - ảnh 1ພິທີມອບລາງວັນ (ພາບ: TTXVN)
 
 

 ເຖິງວ່າ ໄດ້ດຳເນີນໄປໃນໄລຍະເກີດໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ລາງວັນ ປິ 2021 ກໍ່ຍັງດຶງດູດໄດ້ຜົນງານເຂົ້າຮ່ວມການແຂ່ງຂັນເປັນຈຳນວນຫຼາຍ. ແຕ່ 35 ຜົນງານໃນເບື້ອງຕົ້ນ, ສະພາຄະນະກຳມະການ ໄດ້ຄັດເລືອກເອົາ 11 ຜົນງານ.

ລາງວັນໃຫຍ່ ແມ່ນລາງວັນສຳຄັນທີ່ສຸດຂອງ ລາງວັນ ບຸຍຊວັນຝ໊າຍ - ຄວາມຮັກຮ່າໂນ້ຍ, ໂດຍໄດ້ມອບໃຫ້ຜູ້ “ທີ່ມີການອຸທິດສ່ວນຕະຫຼອດຊີວິດ ໃຫ້ແກ່ ຮ່າໂນ້ຍ ດ້ວຍບັນດາຜົນງານດີເດັ່ນ, ຂໍ້ລິເລີ່ມ, ດ້ວຍການສະໜິດຕິດພັນກັບ ຮ່າໂນ້ຍ ໃນຕະຫຼອດຊີວິດ ແລະພາລະກິດຂອງຕົນ”.

ລາງວັນໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ ຄັ້ງທີ 14 ປີ 2021 ໄດ້ມອບໃຫ້ນັກດົນຕີ ຮົ່ງດັງ ເພື່ອບັນດາການອຸທິດສ່ວນດີເດັ່ນຂອງ ທ່ານ ໃຫ້ແກ່ພື້ນຖານດົນຕີ ຂອງນະຄອນຫຼວງ, ໃນນັ້ນມີບັນດາຜົນງານກາຍເປັນສັນຍາລັກ ຂອງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ