ລາງວັນຄ້ອນກ່ຽວຄຳປີ 2020: ແຜ່ຂະຫຍາຍວຽກງານກໍ່ສ້າງພັກອອກສູ່ທົ່ວສັງຄົມ

(VOVWORLD) - ພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ (ທີ່ມີຊື່ວ່າ ຄ້ອນກ່ຽວຄຳ) ຄັ້ງທີ 5 ປີ 2020 ຈະຖືກຈັດຕັ້ງໃນຕອນຄ່ຳວັນທີ 13 ມັງກອນ ຢູ່ ຮ່າໂນ້ຍ. 
ລາງວັນຄ້ອນກ່ຽວຄຳປີ 2020: ແຜ່ຂະຫຍາຍວຽກງານກໍ່ສ້າງພັກອອກສູ່ທົ່ວສັງຄົມ - ảnh 1ກອງປະຊຸມຂອງສະພາກວດເບື້ອງຕົ້ນລາງວັນຄ້ອນກ່ຽວຄຳ (ພາບອິນເຕີແນັດ)

  ນີ້ແມ່ນລາງວັນສື່ມວນຊົນປະຈຳປີ ເພື່ອເຊີດຊູບັນດາຜະລິດຕະພັນສື່ມວນຊົນດີເດັ່ນກ່ຽວກັບວຽກງານກໍ່ສ້າງພັກ ໂດຍຄະນະຈັດຕັ້ງສູນກາງພັກເປັນເຈົ້າພາບ, ສົມທົບກັບໜັງສືພິມເຍີນເຢີນ (ກະບອກສຽງຂອງສູນກາງພັກກອມມູນິດ ຫວຽດນາມ) ຈັດຕັ້ງຂຶ້ນ. ຕາມຄະນະຈັດຕັ້ງແລ້ວ, ປີນີ້ ບັນດາຜະລິດຕະພັນໄດ້ຕິດພັນຢ່າງໃກ້ຊິດກັບບັນດາບັນຫາເຄັ່ງຮ້ອນ, ເຫນການທີ່ພົ້ນເດັ່ນ, ສ່ອງແສງບັນດາບັນຫາດຶງດູດຄວາມສົນໃຈຂອງທົ່ວສັງຄົມຢ່າງທັນການຄື ວຽກງານຊີ້ນຳນຳພາ, ກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ປ້ອງກັນ, ຫຼີກລ້ຽງ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພພິບັດທຳມະຊາດ, ພະຍຸນ້ຳຖ້ວມ…

ຕອບກັບ

ຂ່າວ/ບົດ​ອື່ນ