ລາງວັນຊະນະເລີດມວຍVovinamໂລກ2015

ລາງວັນຊະນະເລີດມວຍVovinamໂລກ2015 - ảnh 1
(ພາບປະກອບ)

(vovworld) - ລາງວັນ​ຊະນະ​ເລີດ​ມວຍ Vovinam​ ໂລກຄັ້ງ​ທີ 4  2015 ຈະ​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 30/7-1/8 ຢູ່​ອານ​ເຊຣີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່, ນັກ​ກຳມະການ, ນັກ​ກິລາ 250. ບັນດາ​ນັກ​ກິລາມາ​ຈາກ 20 ປະ​ເທດ, ​ໃນ​ນັ້ນຄະນະ​ຫວຽດນາມ​ມີ 20ຄົນ ຈະ​ເຂົ້າ​ຮ່ວມ​ການແຂ່ງຂັນ​ໃນ 74 ລາຍການ. ນັກ​ຕີມວຍ ຫວໍ​ແຢງ​ຫາຍ, ​ເລຂາທິການ​ໃຫຍ່​ສະຫະພັນມວນ Vovinam​ ໂລກ, ​ເນັ້ນ​ໜັກ​ວ່າ, ນີ້​ຈະ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໂຄສະນາ​ກິລາ​ປະ​ເພດ​ມວຍຫວຽດນາມ ກໍ່​ຄື​ວັດທະນະທຳ​ທີ່​ຍອດ​ຍິ່ງ​ຂອງ​ຫວຽດນາມ​ ເຖິງ​ເພື່ອນ​ມິດ​ຢູ່​ໂລກ.

        ​ໃນ​ຂອບ​ເຂດ ລາງວັນ​ຊະນະ​ເລີດ​ມວຍ Vovinam​ ໂລກຄັ້ງ​ນີ້ ກໍ່​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສະຫະພັນ Vovinam​, ​ໂລກ (WVVF) ປີ 2015 ​ເພື່ອ​ແນ​ໃສ່​ສະຫຼຸບ, ຕີ​ລາຄາ​ຜົນ​ແຫ່ງ​ການ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ທິດ​ທາງ​ພັດທະນາ​ຂອງ Vovinam​ ຢູ່​ໂລກ.

ຂ່າວ/ບົດ​ອື່ນ