ລາງວັນສິ່ງແວດລ້ອມຫວຽດນາມເຊີດຊູການປົກປັກຮັກສາສິ່ງແວດລ້ອມ


ລາງວັນສິ່ງແວດລ້ອມຫວຽດນາມເຊີດຊູການປົກປັກຮັກສາສິ່ງແວດລ້ອມ - ảnh 1
21 ບຸກ​ຄົນ​ໄດ້​ຮັບ​ລາງວັນ​ສິ່ງ​ແວດ​ລ​້ອມ​ປີ 2015
(ພາບ: dwrm.gov.vn)

(​vovworld) – ​ຕອນ​ຄ່ຳ​ວັນ​ທີ 4/6, ຢູ່​ນະ​ຄອນ ຫວີງ​ອຽນ, ແຂວງ ຫວີງ​ຟຸກ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ສິ່​ງ​ແວດ​ລ້ອມ ຫວຽດ​ນາ​ມ ປີ 2015. ນີ​້​ແມ່ນ​ລາງວັ​ນ​ທາງ​ການ ແລະ ໜຶ່ງ​ດຽວ​ຂອງ​ກະ​ຊວງ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ ເພື່ອມອບ​ໃຫ້​ບັນ​ດາ​ບຸກ​ຄົນ, ອົງ​ການ ແລະ ປະ​ຊາ​ຄົມ​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

        ປີນີ້, ຄະ​ນະ​ຈັດ​ຕັ້ງ​ມອບ​ລາງວັນ​ໃຫ້ 50 ອົງ​ການ, ບຸກ​ຄົນ​ມີ​ຜົນ​ງານດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແຕ່​ປີ 2013 – 2014, ທີ່ຂຶ້ນ​ກັບ 8 ຂົງ​ເຂດ​ເຊັ່ນ: ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ​ການສຶກ​ສາ​ບຳ​ລຸງ​ສ້າງ, ສື່​ສານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ​້ອມ, ມາດ​ຕ​ະ​ການ​ປົກ​ປ້ອງ, ນຳ​ໃຊ້​ເໝາະ​ສົມ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ…

ຂ່າວ/ບົດ​ອື່ນ