ລ້າງ​ເຊີ​ນ​ສ້າງ ​ລາຍ​ການ ທ່ອງທ່ຽວ ສວນ​ສາ​ທາ​ລະ​ນະທໍ​ລະ​ນີ ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ

(VOVWORLD) - ປັດຈຸບັນ, ທາງແຂວງ ລ້າງເຊີນ ພວມສົມທົບກັບບັນດາຫົວໜ່ວຍໃຫ້ຄຳປຶກສາຢ່າງແໜ້ນແຟ້ນ ເພື່ອປະຕິບັດສຳເລັດເອກະສານສວນສາທາລະນະທໍລະນີສາດ ລ້າງເຊີນ.
ລ້າງ​ເຊີ​ນ​ສ້າງ ​ລາຍ​ການ ທ່ອງທ່ຽວ ສວນ​ສາ​ທາ​ລະ​ນະທໍ​ລະ​ນີ ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ - ảnh 1 ສວນສາທາລະນະທໍລະນີ ລ້າງເຊີນ (ພາບປະກອບ: VOV)

ແຂວງລ້າງເຊີນ ພວມຕັ້ງໜ້າຜັນຂະຫຍາຍແຜນຮ່າງ “ສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາ ສວນສາທາລະນະທໍລະນີ ລ້າງເຊີນ ໄລຍະ 2021 - 2025” ແລະ ຄາດວ່າ ຈະສ້າງ 38 ຈຸດໃນ 4 ສາຍທ່ອງທ່ຽວ ທົ່ວເຂດສວນສາທາລະນະທໍລະນີ ຕິດພັນກັບບັນດາຄຸນຄ່າທີ່ດີເດັ່ນຂອງແຂວງ ຄື: ມໍລະດົກ ການເຫຼື້ອມໃສບູຊາພະແມ່ຢູ່ ວິຫານ ບັກເລະ, ວິຫານບູຊາພະແມ່ ດົ່ງດັງ, ຄຸນຄ່າຊີວະວິທະຍາບູຮານ ຢູ່ບໍ່ຖ່ານຫີນນາເຢືອງ, ຮ່ອງຮອຍບູຮານຄະດີ ຢູ່ຖ້ຳ ເທິມຂວຽນ - ເທິມຮາຍ… ປັດຈຸບັນ, ທາງແຂວງ ລ້າງເຊີນ ພວມສົມທົບກັບບັນດາຫົວໜ່ວຍໃຫ້ຄຳປຶກສາຢ່າງແໜ້ນແຟ້ນ ເພື່ອປະຕິບັດສຳເລັດເອກະສານສວນສາທາລະນະທໍລະນີສາດ ລ້າງເຊີນ, ຄາດວ່າ ເດືອນພະຈິກປີນີ້ ຈະຍື່ນສະເໜີຕໍ່ອົງການວັດທະນະທຳ - ວິທະຍາສາດ - ການສຶກສາ ຂອງ ສປຊ (UNESCO) ເພື່ອຮັບຮອງເອົາເປັນ ສວນສາທາລະນະທໍລະນີທົ່ວໂລກ. ທ່ານນາງ ຟ້າມທິເຮືອງ, ຮອງຫົວໜ້າຄະນະຄຸ້ມຄອງສວນສາທາລະນະທໍລະນີ ລ້າງເຊີນໃຫ້ຮູ້ວ່າ:

ພວກຂ້າພະເຈົ້າພວມສົ່ງເສີມກັບບັນດາຫົວໜ່ວຍໃຫ້ຄຳປຶກສາເພື່ອປຶກສາຫລືກ່ຽວກັບນິຍາມໂດຍສັງເຂດ, ຊອກຫາຄຳຂວັນ, ຊື່, ສີສັນທີ່ເໝາະສົມ ກັບບັນດາສາຍທ່ອງທ່ຽວ. ພວກຂ້າພະເຈົ້າກໍ່ໄດ້ສົ່ງເສີມການອອກແບບຈຳລອງໃຫ້ແກ່ແຕ່ລະສະຖານທີ່ທ່ອງທ່ຽວ, ບັນດາເຂດຈອດລົດ, ລະບົບຕາຕະລາງອະທິດບາຍ, ສະຖານທີ່ check in ກໍ່ຄືບັນດາເສັ້ນທາງທໍລະນີ ຄົ້ນຫາຂອງແຕ່ລະສາຍ.

ຕອບກັບ

ຂ່າວ/ບົດ​ອື່ນ