ລາຊະອານາຈັກອັງກິດເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ

ລາຊະອານາຈັກອັງກິດເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ - ảnh 1
ທ່ານ Philip Hammond, ລັດ​ຖະ​ມ​ົນ​ຕີ​ວ່າ​ການ​ກະ​ຊວງ
​ການ​ຕ່າງ​ປະ​ເທດ ອັງ​ກິດ
ພາບ:internet

(vovworld)- ວັນ​ທີ 11/4, ທ່ານ Philip Hammond, ລັດ​ຖະ​ມ​ົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ ໃຫ້​ຮູ້​ວ່າ: ທ່ານ​ຈະ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມີນ. ຝ່າຍ​ອັງ​ກິດ​ຢືນ​ຢັນ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ Hammond ແມ່ນ​ໂອ​ກາດ​ດີ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ວິ​ທະ​ຍາ​ສາດ, ການ​ສຶກ​ສາ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ກັບ​ຫວຽດ​ນາມ. ທ່ານ Hammond ຖື​ວ່າ​: ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອັງ​ກິດ ແລະ ຫວຽດ​ນາມ ໄດ້​ເປີດກວ້າງ​ຫລາຍ​ຂົງ​ເຂດ, ຂະ​ແຫນງ​ອາ​ຊີບ​ທີ່​ແຕກ​ຕ່າງ​ກັນ. ການ​ພົວ​ພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ແລະ ອັງ​ກິດ ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ນັບ​ແຕ່​ປີ 2010. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມທ່ານ Hammond  ແລ້ວ, ຍັງ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ໃຫ້​ແກ່​ສິນ​ຄ້າ ແລະ ວິ​ສາ​ຫະ​ກິດ ອັງ​ກິດ ເປີດກວ້າງ​ການ​ເຄື່ອນ​ໄຫວ​ຢູ່​ຕະ​ຫລາດ​ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ພື້​ນ​ຖານ​ໂຄງ​ລ່າງ, ສາ​ທາ​ລະ​ນະ​ສຸກ, ພະ​ລັງ​ງານ, ບໍ​ລິ​ການ​ການ​ເງິນ..ປະ​ຈຸ​ບັນ ອ​ງັກິດ ພວມ​ຕັ້ງ​ຫນ້າ​ຫນູນ​ຊ່ວຍ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ປະ​ຕິ​ຮູບ​ການ​ສຶກ​ສາ ແລະ ການ​ຮ່ວມ​ມື​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຜ່ານກອງ​ທຶນ Newton. ປີ 2010, ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ລົງ​ນາມ​ໃນ​ຖະ​ແຫລງ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດ​ນາມ.

ແຈ້ງ​ການ​ຫນັງ​ສື​ພິມ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອ​ັງ​ກິດ ໃຫ້​ຮູ້​ວ່າ: ວັນ​ທີ 12/4 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Philip Hammond, ລັດ​ຖະ​ມ​ົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອັງ​ກິດ. ທ່ານ Philip Hammond ກໍ​ໄດ​້​ພົບ​ປະ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ພ້ອມ​ກັນ​ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຄ້າ​ສັດ​ປ່າ, ພືດ​ຢ່າງ​ຜິດ​ກົດ​ໝາຍ… ວັນ​ທີ 13/4, ທ່ານ Philip Hammond ຈະ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມີນ ເພື່ອ​ພົບ​ປະ​ກັບ​ວົງ​ການ​ວິ​ສາ​ຫະ​ກິ​ດ ອັງ​ກິດ ປະ​ຈຸ​ບັນ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ