ລາຊະອານາຈັກອັງກິດໃຫ້ຄຳໝັ້ນສັນຍາຮັບເດັກຫຼົບໄພກວ່າ3.000ຄົນ

ລາຊະອານາຈັກອັງກິດໃຫ້ຄຳໝັ້ນສັນຍາຮັບເດັກຫຼົບໄພກວ່າ3.000ຄົນ - ảnh 1
ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ອັງ​ກິດ Theresa May
(ພາບ​ປະ​ກອບ: AFP/TTXVN)


(vovworld) - ​ວັນ​ທີ 21/04, ລັດ​ຖ​ະ​ບານ​ອັງ​ກິດ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ໃນ​ໄລ​ຍະ 5 ປິ​ຈະ​ມາ​ເຖິງ ຈະ​ຮັບ​ເດັກ​​ຫຼົບ​ໄພ​ກວ່າ 3.000 ຄົນ, ເຊິ່ງ​ແມ່ນ​ເປົ້າ​ໝາຍ​​ມີ​ຄວາມ​​ສ່ຽງ​ໄ​ພ​ສູງກວ່າ​ເພີ່ນ ຍ້ອນ​ບັນ​ດາ​ການ​ປະ​ທະ​ກັນ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ເຂດຕາ​ເວັນ​ອອກ​ກາງ ແລະ ອາ​ຟະ​ລິ​ກາ​ເໜືອ. ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ການ​ກະ​ຊວງ​ພາຍ​ໃນ​ອັງ​ກິດ​ ແລ້ວ, ບັນ​ດາ​ເປົ້າ​ໝາຍ​ທີ່​ຈະ​ຮັບ​ແມ່ນ​ເດັກ​ຢູ່​ໂດດ​ດ່ຽວ ຫຼື ອາ​ໄສ​ຢູ່​ນຳ​ພໍ່​ແມ່ ແລະ ມີ​ໄພ​ຖືກຂູດ​ຮີດ​ອອກ​ແຮງ​ງານ, ​​ຖືກບັງ​ຄັບ​ໃຫ​້​ສົມ​ລົດ ຫຼື ບັນ​ດາ​ຮູບ​ແບບ​ຖືກ​ສວຍ​ໃຊ້​ອື່ນໆ. ລັດ​ຖະ​ບານ​ອັງ​ກິດ ກໍ່​ແຈ້​ງວ່າ ຈະ​ຈັດ​ສົ່ງ​ຖັນ​ແຖວ​ພາ​ລະ​ກອນ 75 ຄົນ ເຖິງ​ບັນ​ດາ​ເຂດ​ປະ​ຕູ​ຢູ່​ເກຼັກ ເພື່ອ​ໜູນ​ຊ່ວຍ​ວິ​ວັດ​ການ​ຮັບ​ເອົາ​ເດັກ ແລະ ຊັບ​ຊ້ອນບ່ອນ​ຢູ່​ອາ​ໄສ​ໃຫ້​ຄົນ​​ເຂົ້າ​ເມືອງ. ນ​ີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກ​ລົງ​ເຄື່ອນ​ໄຫວ​ລວມ​ລະ​ຫວ່າງ​ສະ​ຫະ​​ພາບ​ເອີ​ລົບ ແລະ ຕວກ​ກີ ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 03 ຜ່ານ​ມາ.

ຂ່າວ/ບົດ​ອື່ນ