ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 16 ເພື່ອເດັກນ້ອຍທຸກຍາກ

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ, ປະທານສະພາປົກປ້ອງເດັກ ຫວຽດນາມ ເນັ້ນໜັກວ່າ: ວຽກງານເບິ່ງແຍງດູແລ, ສຶກສາ, ປົກປ້ອງເດັກຍາມໃດກໍ່ໄດ້ເອົາໃຈໃສ່ເບິ່ງແຍງດູແລ, ຈາກການສ້າງກົດໝາຍ, ນະໂຍບາຍໃຫ້ສົມບູນແບບຕະຫຼອດຮອດການຈັດແບ່ງແຫຼ່ງກຳລັງ 
ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 16 ເພື່ອເດັກນ້ອຍທຸກຍາກ - ảnh 1ຜູ້ຕາງໜ້າອົງການໜູນຊ່ວຍເດັກຮັບການຊ່ວຍເຫຼືອຈາກບັນດາຜູ້ໃຈບຸນ
(ພາບ:Hoàng Hiếu/TTXVN)

ຕອນຄ່ຳວັນທີ 7 ມັງກອນ, ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງຄັ້ງທີ 16 ຈັດຂຶ້ນຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ດ້ວຍຫົວຂໍ້ “ເພື່ອໃຫ້ພວກນ້ອງປະສົບກັບຄວາມຫຍຸ້ງຍາກສືບຕໍ່ຄວາມໄຝ່ຝັນຂອງຕົນ”, ລາຍການໄດ້ມຸ່ງໄປເຖິງບັນດາການກະທຳອັນສູງສົ່ງສະຫງວນໃຫ້ເດັກນ້ອຍທຸກຍາກ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ນຳມາໃຫ້ພວກນ້ອງບັນດາຂອງຂວັນທີ່ມີຄວາມໝາຍເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີແມວ. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບຈຳນວນເງິນ 107 ຕື້ດົ່ງຈາກບັນດາອົງການ, ບຸກຄົນ, ວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ໜູນຊ່ວຍເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນປີ 2023.

ກ່າວຄຳເຫັນທີ່ເຫດການ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ, ປະທານສະພາປົກປ້ອງເດັກ ຫວຽດນາມ ເນັ້ນໜັກວ່າ: ວຽກງານເບິ່ງແຍງດູແລ, ສຶກສາ, ປົກປ້ອງເດັກຍາມໃດກໍ່ໄດ້ເອົາໃຈໃສ່ເບິ່ງແຍງດູແລ, ຈາກການສ້າງກົດໝາຍ, ນະໂຍບາຍໃຫ້ສົມບູນແບບຕະຫຼອດຮອດການຈັດແບ່ງແຫຼ່ງກຳລັງ ແລະ ຈັດຕັ້ງປະຕິບັດຈາກພັກ, ລັດ, ຄອບຄົວ, ໂຮງຮຽນ ແລະ ສັງຄົມ. ທ່ານນາງຮອງປະທານປະເທດ ຫວັງວ່າ ບັນດາອົງການ, ຜູ້ໃຈບຸນໃຈກຸສົນ ແລະ ທົ່ວສັງຄົມສືບຕໍ່ເອົາໃຈໃສ່ ແລະ ມີການກະທຳແທດຈິງສຳລັບພາລະກິດການເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກ, ບໍ່ປະໃຫ້ເດັກນ້ອຍຜູ້ໃດຖືກຕົກຢູ່ທາງຫຼັງ”, ເພືື່ອໃຫ້ເດັກນ້ອຍທຸກຄົນໄດ້ສຳຜັດກັບກາລະໂອກາດ, ກາຍເປັນບັນດາພົນລະເມືອງມີຜົນປະໂຫຍດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ