ລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022

(VOVWORLD) - ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບໍລິສັດ TCP ຫວຽດນາມ ຈຳກັດ ຈັດລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວໜຸ່ມພິການທີ່ດີເດັ່ນ
 
ລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 - ảnh 1ບັນດາຜູ້ແທນໄດ້ຮັບການເຊີດຊູທີ່ລາຍການ (ພາບ:nhandan.vn)
ຕອນຄ່ຳວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບໍລິສັດ TCP ຫວຽດນາມ ຈຳກັດ ຈັດລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວໜຸ່ມພິການທີ່ດີເດັ່ນ. ລາຍການປີນີ້ໄດ້ເຊີດຊູຜູ້ແທນ 50 ຄົນເຊິ່ງເປັນຊາວໜຸ່ມພິການດີເດັ່ນ, ມີມານະຈິດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາຂອງວົງຄະນະຍາດ. ຜູ້ແທນແຕ່ລະຄົນແມ່ນເລື່ອງລາວອັນດີງາມ “ພິການແຕ່ມີເປັນປະໂຫຍດ”, ແບບຢ່າງພົ້ນເດັ່ນກ່ຽວກັບມານະຈິດ ແລະ ຄວາມຄາດຫວັງໄດ້ອຸທິດສ່ວນ, ນຳມາເຊິ່ງບັນດາສິ່ງດີງາມບໍ່ພຽງແຕ່ໃຫ້ແກ່ຕົນເອງ, ຄອບຄົວເທົ່ານັ້ນ ຫາກຍັງສຳລັບວົງຄະນະຍາດ ແລະ ສັງຄົມອີກດ້ວຍ. ແຕ່ປີ 2019 ມາຮອດປະຈຸບັນ, ສະມາຄົມຊາວໜຸ່ມທຸກຂັ້ນໄດ້ຈັດການເຊີດຊູກ່ວາ 2.000 ແບບຢ່າງຊາວໜຸ່ມດີເດັ່ນໃນທົ່ວປະເທດ. ບັນດາແບບຢ່າງ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ແມ່ນແຫຼ່ງບັນດານໃຈ, ແມ່ນກຳລັງໜູນໃຫ້ແກ່ເພື່ອນຊາວໜຸ່ມພິການອື່ນໆເພື່ອເພີ່ມຄວາມຮັກ ແລະ ຄວາມປະເອີບໃຈຕໍ່ຊີວິດ, ກ້າວເດີນໃນເສັ້ນທາງພາໄປເຖິງຄວາມສະເໝີພາບ ແລະ ການເຊື່ອມໂຍງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ