ລາຍການ “ວັນບຸນຫໍ່ເຂົ້າປະດັບດິນ - ຄວາມກະຕັນຍູ ແລະ ຊົນຊາດ” ປີ 2023: ແຜ່ຂະຫຍາຍນ້ຳໃຈຄວາມຮັກແພງ, ຄວາມຮູ້ບຸນຄຸນ

(VOVWORLD) - ວັນບຸນຫໍ່ເຂົ້າປະດັບດິນ ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ທີ່ສັກກະລະບູຊາທາງດ້ານທະສາສະໜາເທົ່ານັ້ນ, ຫາກຍັງແມ່ນວັນບຸນແຫ່ງນ້ຳໃຈມະນຸດ ມີຄວາມໝາຍເລິກເຊິ່ງພິເສດ, ນຳແຕ່ລະຄົນມຸ່ງໄປຫາກົກເຄົ້າເຫງົ້າກໍຂອງຊາດ ແລະ ບັນພະບຸລຸດ.
ລາຍການ “ວັນບຸນຫໍ່ເຂົ້າປະດັບດິນ - ຄວາມກະຕັນຍູ ແລະ ຊົນຊາດ” ປີ 2023: ແຜ່ຂະຫຍາຍນ້ຳໃຈຄວາມຮັກແພງ, ຄວາມຮູ້ບຸນຄຸນ - ảnh 1ທີ່ລາຍການພົບປະແລກປ່ຽນ
(ພາບ: TTXVN)

        ຕອນຄ່ຳວັນທີ 24 ສິງຫາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ຈັດລາຍການພົບປະແລກປ່ຽນສີລະປະ “ວັນບຸນຫໍ່ເຂົ້າປະດັບດິນ - ຄວາມກະຕັນຍູ ແລະ ຊົນຊາດ” ປີ 2023. ລາຍການໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອຄວາມກະຕັນຍູຂອງຊາດເວົ້າລວມ ແລະ ຄວາມກະຕັນຍູຮູ້ບຸນຄຸນຂອງພຸດທະສາສະໜາເວົ້າສະເພາະ; ແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງຄວາມກະຕັນຍູເຖິງປະຊາຄົມພຸດທະສາສະນິກະຊົນ, ບັນດາຜູ້ເຊື່ອຖືພຸດທະສາສະໜາຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນທີ່ພິທີໄຂ, ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ສື່ສານສູນກາງ - ສະມາຄົມພຸດທະສາສະໜາ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງລາຍການ ໃຫ້ຮູ້ວ່າ, ວັນບຸນຫໍ່ເຂົ້າປະດັບດິນ ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ທີ່ສັກກະລະບູຊາທາງດ້ານທະສາສະໜາເທົ່ານັ້ນ, ຫາກຍັງແມ່ນວັນບຸນແຫ່ງນ້ຳໃຈມະນຸດ ມີຄວາມໝາຍເລິກເຊິ່ງພິເສດ, ນຳແຕ່ລະຄົນມຸ່ງໄປຫາກົກເຄົ້າເຫງົ້າກໍຂອງຊາດ ແລະ ບັນພະບຸລຸດ. ລາຍການນີ້ໄດ້ຈັດຂຶ້ນດ້ວຍຈຸດປະສົງເຊີດຊູ ແລະ ເສີມຂະຫຍາຍຫຼັກສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” - ຕອບບຸນແທນຄຸນບັນດາລຸ້ນກ່ອນໆ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ບັນດາທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ