ລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ,ຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ແຜ່​ຂະ​ຫຍາຍ​ຄວາມ​ຮັກ, ຄວ​າມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ທະ​ເລ, ໝຸ່​ເກາະ ຫວຽດ​ນາມ

(VOVWORLD) - ເວທີສະແດງຈະແມ່ນຈຸດເດັ່ນຂອງລາຍການ ສ້າງບັນຍາກາດໃຫ້ລາຍການ, ຜ່ານນັ້ນ, ສົ່ງສານຂອງລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ, ຄວາມຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ທີ່ສະໜິດສະໜົມ ແລະ ເລິກເຊິ່ງເຖິງຜູ້ຊົມ.
ລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ,ຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ແຜ່​ຂະ​ຫຍາຍ​ຄວາມ​ຮັກ, ຄວ​າມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ທະ​ເລ, ໝຸ່​ເກາະ ຫວຽດ​ນາມ - ảnh 1ການສະແດງທົດລອງ (ພາບ: VOV)

    ຕອນຄ່ຳວັນທີ 12 ສິງຫາ, ຢູ່ນະຄອນຍາຈາງແຂວງ ແຄັງຮ່ວາ, ລາຍການສະແດງສີລະປະ “ສ້າງຄວາມເຂັ້ມແຂງຈາກທະເລ,ຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ຖືກຈັດຂຶ້ນ. ລາຍການດັ່ງກ່າວ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກົມໃຫ່ຍກອງທັບ ປຊຊ ຫວຽດນາມ ແລະ ຄະນະກຳມະການປຊຊ ແຂວງ ແຄັງຮ່ວມ ຈັດຕັ້ງຂຶ້ນ. ທຸກວຽກງານກະກຽມໃຫ້ແກ່ລາຍການໄດ້ປະຕິບັດສຳເລັດ ແລະ ຄະນະຈັດຕັ້ງຫວັງວ່າ ລາຍການຈະປະກອບສ່ວນ ແຜ່ຂະຫຍາຍຄວາມຮັກ, ຄວາມເອກອ້າງທະນົງໃຈກ່ຽວກັບທະເລ, ໝຸ່ເກາະ ຫວຽດນາມ ເຖິງ ປຊຊ ທຸກຄົນ.

       ທ່ານ ຫງວຽນຫວູຢຸຍ, ຫົວໜ້າພະແນກການຂ່າວ (VOV1), ວິທະຍຸກະຈາຍສຽງ ຫວຽດນາມ, ຮອງຫົວໜ້າຄະນະຈັດຕັ້ງລາຍການ, ໃຫ້ຮູ້ວ່າ: ເວທີສະແດງຈະແມ່ນຈຸດເດັ່ນຂອງລາຍການ ສ້າງບັນຍາກາດໃຫ້ລາຍການ, ຜ່ານນັ້ນ, ສົ່ງສານຂອງລາຍການ “ສ້າງຄວາມເຂັ້ມແຂງຈາກທະເລ, ຄວາມຮັ່ງມີຈາກທະເລຂອງບ້ານເກີດເມືອງນອນ” ທີ່ສະໜິດສະໜົມ ແລະ ເລິກເຊິ່ງເຖິງຜູ້ຊົມ:

        “ຈຸດເດັ່ນຂອງເວທີສະແດງ ແລະ ບັນຍາກາດສິລະປະຢູ່ລາຍການແມ່ນກ່ຳປັ່ນຂອງຊາວປະມົງ ແລະ ຂອງບັນດາກຳລັງປະຕິບັດກົດໝາຍ, ປົກປັກຮັກສາອະທິປະໄຕຂອງປະເທດຊາດບົນທະເລ. ບັນດາກ່ຳປັ່ນນີ້ຈະໄດ້ສ້າງເປັນສ່ວນໜຶ່ງຂອງເວທີຫຼັກ, ຍ້ອນເຫດນັ້ນຈະສ້າງຈຸດພິເສດ ແລະ ສ້າງຄວາມຮູ້ສຶກທີ່ໃໝ່ອ່ຽມຕໍ່ກັບມະຫາຊົນ”.

ຕີລາຄາສູງແນວຄວາມຄິດຂອງລາຍການ, ທ່ານພົນເຮືອເອກ ຟ້າມວັນລ້ວຽນ ຮອງຫົວໜ້າການເມືອງ ເຫຼົ່າທັບເຮືອ ໃຫ້ຮູ້ວ່າ

  ພວກຂ້າພະເຈົ້າຖືວ່າ ນີ້ແມ່ນເນື້ອໃນການໂຄສະນາທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ ກ່ຽວກັບວຽກງານການສຶກສາ, ໂຄສະນາສື່ສານ. ຜ່ານນັ້ນ ໄດ້ຍົກສູງສະຕິຄວາມຮັບຮູ້ຂອງ ປຊຊ ທຸກຊັ້ນວັນນະ ກ່ຽວກັບທີ່ຕັ້ງ, ບົດບາດຂອງທະເລ, ໝູ່ເກາະ ຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ