ລາຍການ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ”

ລາຍການ “ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ” - ảnh 1
ລາຍການ ຮ່ວມແຮງຮ່ວມໃຈຫຼຸດຜ່ອນຄວາມເຈັບປວດຍ້ອນທາດພິດສີສົ້ມ

(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນວິນາດສະ​ກຳ​ທາດ​ພິດ​ສີສົ້ມຢູ່​ຫວຽດນາມ ​ແລະ ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ (10/8), ຕອນ​ຄຳ່​ວັນ​ທີ 10/8 ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ພົບປະ​ແລກປ່ຽນ​ສີ​ລະ​ປະ “ຮ່ວມ​ແຮງ​ຮ່ວມ​ໃຈ​ຫຼຸດຜ່ອນ​ຄວາມ​ເຈັບ​ປວດ​ຍ້ອນ​ທາດ​ພິດ​ສີ​ສົ້ມ”. ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ​ນີ້ ນອກຈາກ​ບັນດາ​ແບບຢ່າງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ພິດ​ສີ​ສົ້ມ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ບື່ນຕົວ​ຂຶ້ນ​ໃນ​ຊີວິ​ດນັ້ນ ຍັງ​ມີ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸ້ສົນ, ບັນດາ​ແຂກ​ຕ່າງປະ​ເທດ​ທີ່​ສຸດ​ຈິດ​ສຸດ​ໃຈ​ຊ່ວຍ​ເຫຼືອ, ຂົນຂວາຍ​ສະໜັບສະໜູນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເຈັບ​ປວດ​ຂອງ​ປະຊາຊົນ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ເຫດວິນາດສະກຳ, ​ແມ່ນ​ຄວາມ​ເຈັບ​ປວດ​ຂອງ​ປະຊາຊົນ​ໂລກ ອີກ​ດ້ວຍ. ຮ່ວມ​ແຮງ​ຮ່ວມ​ໃຈ​ຫຼຸດຜ່ອນ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີສົ້ມ​ແມ່ນ​ວຽກ​ງານ​ມະນຸດສະທຳ, ​ແມ່ນ​ຄຳ​ຮຽກຮ້ອງ​​ໂດຍ​ມະ​ໂນ​ທຳ ​ແລະ ກໍ​ແມ່ນ​ຄວາມ​ຮັບຜິ​ດຊອບ​ຂອງ​ທຸກໆ​ຄົນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດຮຽກຮ້ອງ​ໃຫ​້ຂະ​ແໜງ​ການ, ຂັ້ນ​ຕ່າງໆ ບັນດາ​ອົງການ, ສ່ວນ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ເຈັບ​ປວດ​ນີ້ ​ແລະ ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ. ພ້ອມ​ທັງ​ປາດ​ຖະໜາວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ທັງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຫຼາຍ​ກ່ວາ​ອີກ ​ເພື່ອ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຜ່ານ​ຜ່າ​ອາການ​ເຈັບ​ເປັນ, ທຸກ​ຍາກ​ຂາດ​ເຂີນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ວ່າ:

“​ໃນ​ໄລຍະ​ຈະ​ມາ​ເຖິງ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ສຳ​ລັບ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນຫວຽດນາມ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ທາງ​ສູນ​ກາງ​ສະມາຄົມ​ຄວນ​ປ່ຽນ​ໃໝ່​ວິທີ​ເຮັດ​ວຽກ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງສະມາຄົມ​ທຸກ​ຂັ້ນ ​ເພື່ອ​ເຮັດ​​ແນວ​ໃດ​ໃຫ້ ທຸກໆ​ການ​ໜູນ​ຊ່ວຍ​ແກ່ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ບັນລຸ​ໝາກຜົນ ​ແລະ ບໍ່​ຖືກ​ຮົ່ວ​ໄຫຼ. ຂ້າພະ​ເຈົ້າ​ຂໍ​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງຍາກ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​, ຫວັງ​ວ່າ​ບັນດາຜູ້​ປະສົບ​ເຄາະ​ຮ້າຍຈົ່ງ​ພະຍາຍາມ​ບື່ນຕົວ​ຂຶ້ນ, ພັກ, ລັດ, ກໍ​ຄື​ປະຊາຊົນ​ຫວຽດນາມ, ປະຊາຊົນ​ທີ່​ກ້າວໜ້າ​ໃນ​ໂລກ​ຍາມ​ໃດ​ກໍ​ສະໜັບສະໜູນ​ພວກ​ເພື່ອນ”

ຂ່າວ/ບົດ​ອື່ນ