ລາຍການ“ຄວາມປະທັບໃຈວິທະຍາສາດແລະເຕັກໂນໂລຢີຫວຽດນາມປີ2014”

ລາຍການ“ຄວາມປະທັບໃຈວິທະຍາສາດແລະເຕັກໂນໂລຢີຫວຽດນາມປີ2014” - ảnh 1
ລາຍ​ການ “ຄວາມ​ປະ​ທັບ​ໃຈ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ​ປີ 2014”

(vovworld) – ລາຍ​ການ “ຄວາມ​ປະ​ທັບ​ໃຈ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ​ປີ 2014” ​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ໂດຍ​ກະ​ຊວງວິ​ທະ​ຍາດ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ ສົມ​ທົບ​ກັບ​ໂທ​ລະ​ພາບ ຫວຽດ​ນາມ ຈັດ​ຕັ້ງ, ​ເພື່ອເຊີດ​ຊູ​ບັນ​ດາ​ເຫດ​ການ​ວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ​ທີ່​​ສ້າງ​ຄວາມປະ​ທ​ັບ​ໃຈ​ໃນ​ປີ 2014 ແລະ ຮັບ​​ຮູ້ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຜູ້​ເຮັດ​ວຽກ​ງານ​ວິ​ທະ​ຍາ​ສາດ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ຕາມນັ້ນ​ແລ້ວ, 9 ເຫດ​ການ​ວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຢີ​​ທີ່​ສ້າງ​ຄວາມປະ​ທັບ​ໃຈ​ປີ 2014 ໄດ້​ຮັບ​ການ​ເຊີດ​ຊູ​​ແມ່ນຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ, ວິ​ທະ​ຍາ​ສາດ​ນຳ​ໃຊ້… ທ່ານ ຟານ​ຊວນ​ຢູ້ງ, ຫົວ​ໜ້າ​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ​ຂອງ ສະ​ພາ​ແຫ່ງ​ຊາດ, ຕີ​ລາ​ຄາ​ບັນ​ດາ​ເຫດ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​​ປີ 2014 ທີ່ໄດ້​ຮັບ​ການ​ເລືອກ​ເຟັ້ນ​​ແມ່ນມີ​ຄວາມ​ໝາ​ຍ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​, ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການ​ກະ​ທົບ​ໃນ​ພາກ​ພື້ນ​ອີກ​ດ້ວຍ:

        “ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ​ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແທດ​ຈິງ, ​ດັ່ງ​ນັ້ນ, ໃນ​ທ​ຸກໆ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ລ້ວ​ນ​ແຕ່​ເອົາ​ໃຈ​ໃສ່​ເຖິງວິ​ທະ​ຍາ​ສາດ ແລະ​ ເຕັກ​ໂນ​ໂລ​ຢີ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ​ໄດ້​ຢັ້ງ​ຢືນ​ວ່າ: ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ອັນ​ດັບ​ໜຶ່ງ.”


ຂ່າວ/ບົດ​ອື່ນ