ລາຍການຊາວໜຸ່ມ “ເສີມຂະຫຍາຍມູນເຊື້ອ 3 ກຽມພ້ອມ”

ລາຍການຊາວໜຸ່ມ “ເສີມຂະຫຍາຍມູນເຊື້ອ 3 ກຽມພ້ອມ” - ảnh 1
ລາຍການ “​ເສີມ​ຂະຫຍາຍ​ມູນ​ເຊື້ອ 3 ກຽມພ້ອມ” ​ສະ​ເຫຼີມ​ສະຫຼອງ 5 ປີ​ແຫ່ງ​ວັນນະ​ຄອນ​ຫຼວງ ຮ່າ​ໂນ້ຍ​ເປີດ​ກ້ວາງ​ເຂດບໍລິຫານ
(ພາບ: Dương Giang/TTXVN)

(vovworld) –  ຕອນ​ຄຳ່​ວັນ​ທີ 1/8, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ລາຍການ “​ເສີມ​ຂະຫຍາຍ​ມູນ​ເຊື້ອ 3 ກຽມພ້ອມ” ​ສະ​ເຫຼີມ​ສະຫຼອງ 5 ປີ​ແຫ່ງ​ວັນນະ​ຄອນ​ຫຼວງ ຮ່າ​ໂນ້ຍ​ເປີດ​ກ້ວາງ​ເຂດບໍລິຫານ (1/8/2008 – 1/8/2013) ​ແລະ ປຸກລະດົມ​ປີ​ແຂ່ງ​ຂັນມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ຂະ​ບວນການ “3 ກຽມພ້ອມ” (9/8/1964 – 9/8/2014). ກ່າວ​ຄຳ​ເຫັນ​ທີ່​ລາຍການ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ ທ່ານ​ນາງ ຫງວຽນ​ທິຫງ່າ ​ໄດ້​ທົບ​ທວນຄືນ​ມູນ​ເຊື້ອ​ສະຫງ່າ​ລາສີ​ຂອງ​ຂະ​ບວນການ 3 ກຽມພ້ອມ, ພ້ອມ​ທັງ​ຢືນຢັນ​ວ່າດ້ວຍ​ນ້ຳ​ໃຈ​ຮັບຜິດຊອບ​ສູງ, ຄວາມສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ ນະຄອນຫຼວງ, ຊາວ​ໜຸ່ມ​ນະຄອນຫຼວງ​ສືບ​ຕໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ນະຄອນ​ສຳ​ເລັດຜົນ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຊີວິດ​ຂອງ​ວົງ​ຄະນະ​ຍາດ. ທ່ານ​ນາງ ຫງວຽນ​ທິຫງ່າ ​ເວົ້າ​ວ່າ:

“​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊາວ​ໜຸ່ມ​ນະຄອນ​ຈະ​ສຸ​ມ​ໃສ່, ​ເອົາ​ໃຈ​ໃສ່​ເຖິງ 2 ຂອດ​ບຸກທະລຸ​ໃນ​ວັດທະນະທຳ​ການ​ປະພຶດ, ສະຕິ​ປະຕິບັດ​ກົດໝາຍ​ຂອງ​ຊາວ​ໜຸ່ມ​ນະຄອນ ​ແລະ ການ​ດຳ​ເນີນ​ຊີວິດ​ຂອງ​ໜ່ວຍຊາວ​ໜຸ່ມ. ຜ່ານ​ນັ້ນ, ສ້າງ​ລຸ່ນໜຸ່ມ​ນະຄອນ​ດ້ວຍ 5 ມາດຖານ​ຄື: ຄຸນ​ນະ​ທາດ​ໝັ້ນຄົງ, ສະພາບສີວິໄລ, ມີ​ພຸມ​ປັນຍາ​ຮູ້​ອຸດົມ​ສົມ​ບຸນ, ມີສຸຂະພາບ​​ເຂັມ​ແຂງ, ​ມີ​ຄວາມ​ຊຳນານ, ສ້າງສາ​ນະຄອນຫຼວງ ​ແລະ ປະ​ເທດ​​ໃຫ້ຮັ່ງມີ​ສວຍ​ງາມ, ສີ​ວິ​ໄລ, ປະກອບສ່ວນ​ສຳຄັນເຂົ້າ​​ຂະ​ບວນການ​ລວມຂອງ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ”

 

ຂ່າວ/ບົດ​ອື່ນ