ລາຍການ“ດວງພະຈັນ ແຫ່ງນິທານ“ນຳເອົາ ບຸນປີໃໝ່ມາໃຫ້ ເດັກນ້ອຍທຸກຍາກກ່ອນເວລາ


 ລາຍການ“ດວງພະຈັນ ແຫ່ງນິທານ“ນຳເອົາ ບຸນປີໃໝ່ມາໃຫ້ ເດັກນ້ອຍທຸກຍາກກ່ອນເວລາ - ảnh 1

(ພາບ: truyenthongthudo.vn)

 (vovworld)- ລາຍການ “ດວງ​ພະຈັນ​ແຫ່ງ​ນິທານ“ ຄັ້ງທີ 6​ ທີ່​ມີ​ຫົວ​ຂໍ່​ວ່າ: “ບຸນປີ​ໃໝ່​ໃຫ້​ແກ່​ເດັກ​ທີ່​ທຸກ​ຍາກ“ ​ໄດ້ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ​ໃນຕອນ​​ຄ່ຳວັນ​ທີ 12/1, ​ເພື່ອ​ແນ​ໃສ່​ຊ່ວຍ​ເດັກ​ທຸກ​ຍາກຕ້ອນ​ຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມຍ 2014 ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ອົບ​ອຸ່ນ. ​ເມື່ອ​ເຂົ້າຮ່ວມ​ລາຍການ, ຜູ້​ຊົມໄດ້​ຮັບ​ຊົມ​​ລາຍການສະ​ແດງ​ສິລະ​ປະ​ຍ້ອງຍໍ​ສັນ​ເສີນ​ລະດູບານ​ໃໝ່​, ຍ້ອງຍໍ​​ຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ນັກ​ສິລະ​ປິນ. ຄະນະ​ຈັດຕັ້ງ​ໄດ້​ສະຫງວນ​ຈຳນວນ​ເງິນ​ສະໜັບສະໜູນ​ໃຫ້​ລາຍການ​ທີ່​ມີ​ມຸນ​ຄ່າ​ທັງ​ໝົດກ່ວາ 1,2 ຕື້​ດົ່ງ​ເພື່ອ​ຊຶ້ຂອງ​ຂັວນ 1000 ພູດ, ປຶ້ມ​ປະຢັດ​ເງິນ​ຝາກ 150 ຫົວ, ສ້າງ​ເຮືອນ​ແຫ່ງສາຍ​ຈິດ​ມິດ​ໃຈ 2 ຫຼັງ​ໃຫ້​ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ໃນ​ທົ່ວ​ປະ​ເທດ. ນັບ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ, ລາຍການ “ດວງ​ພະຈັນ​ແຫ່ງ​ນິທານ“ ​ ​ລະດົມ​ຈຳນວນ​ເງິນ​​ໄດ້ເກືອບ 15 ຕື້​ດົ່ງ​ເພື່ອ​ໜູນ​ຊ່ວຍ​ໃຫ້ການ​ຜ່າຕັດ​ໝາກ​ຫົວ​ໃຈ​ມະນຸ​ດສະ​ທຳ​ໃຫ້​ເດັກນ້ອຍ​ທຸກ​ຍາກ​ເປັນ​ພະຍາດ​ໝາກ​ຫົວ​ໃຈ​ມາ​ແຕ່​ເກີດ, ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ມອບ​ໃຫ້​ເດັກ​ກຳ​ພ້າ, ມອບປຶ້ມ​ປະຢັດ​ເງິນ​ຝາກ, ທຶນ​ສຶກສາ, ລົດ​ເຂັນ ​ແລະ ຂອງຂວັນ​ໃຫ້​ບັນດາ​ເດັກນ້ອຍ​ເປັນ​ພະຍາດ​ໜັກ, ​ເດັກ​ພິການ, ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ./.

ຂ່າວ/ບົດ​ອື່ນ