ລາຍການຖ່າຍທອດສົດທາງໂທລະພາບ“ປະເທດຊາດສັງເກດຈາກທະເລ

ລາຍການຖ່າຍທອດສົດທາງໂທລະພາບ“ປະເທດຊາດສັງເກດຈາກທະເລ - ảnh 1


(vovworld)- ຕອນ​ຄຳ່​ວັນ​ທີ 8/5 ຢູ່ ສວນສາທາລະນະ ບຽນ​ດົງ(ທະ​ເລ​ຕາ​ເວັນ​ອອກ), ນະຄອນ ດາ​ຫນັງ ​ແລະ ​ເມືອງ​ເກາະ ຫລີ​ເຊີນ, ​ແຂວງ ກວ໋າງຫງາຍ ​ໄດ້​ດຳ​ເນີນ​ລາຍການ​ຖ່າຍ​ທອດ​ສົດ“ປະ​ເທດ​ຊາດ​ສັງ​ເກດ​ຈາກ​ທະ​ເລ. ລາຍການ​ດັ່ງກ່າວ​ໂດຍ​ກອງ​ບັນຊາ​ການ​ຕຳຫລວດ​ທະ​ເລ, ຄະນະ​ກຳມະ​ການ​ປະຊາຊົນ ນະຄອນ ດາ​ຫນັງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງຫງາຍ ​ແລະ ​ໂທລະພາບ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ຈຸດ​ສຸມ ​ໃນ​ບັ້ນ​​ໂຄສະນາ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ,ໝູ່​ເກາະ. ລາຍການ​ໄດ້​ນຳ​ມາ​ເຊິ່ງຄວາມ​ຮູ້​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ການ​ຕໍ່ສູ້ຂອງ​ຫວຽດນາມ ​ໃນ​​ໄລຍະ​ກວ່າ 1 ​ເດືອນ​ຜ່ານ​ມາ ນັບ​ແຕ່​ເມື່ອ ຝ່າຍ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ອ້າຍ ດີງກີ​ມຖາວ, ຫນຶ່ງ​ໃນ​ບັນດາ​ຜູ້​ເຂົ້າ​ຮ່ວມ​ລາຍການ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ການ​ກະທຳ​ທີ່​ຜິດພາດ, ລະ​ເມີດ​ສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ພວກ​ເຮົາ​ຢືນຢັນ​ວ່າ: ການ​ຕໍ່ສູ້​ຂອງ​ພວກ​ເຮົາ​ແມ່ນ​ຄວາມ​ເປັນ​ທຳ, ຈາກ​ນັນ ປຸກລຸກ​​ທຸກ​ຄົນ​ມີ​ເຈດ​ຈຳນົງ​ຕັດສິນ​ໃຈ​​ຕໍ່ສູ້, ​ທວງໃຫ້ຝ່າຍ​ຈີນຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​​ເສດຖະກິດ​ຈຳ​ເພາະ ​​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ຈະ​ຍາດ​ໄຊຊະນະ​ຢ່າງ​​ແນ່ນອນ.”

ຂ່າວ/ບົດ​ອື່ນ