ລາຍການນັກສຶກສາກັບເຂດທະເລໝູ່ເກາະຂອງປະເທດຊາດປີ 2013

ລາຍການນັກສຶກສາກັບເຂດທະເລໝູ່ເກາະຂອງປະເທດຊາດປີ 2013 - ảnh 1
(ພາບປະກອບ)
(vovworld) - ​​​ໃນ​ລະຫວ່າງ​ວັນ​ທີ 03 – 05/05 ທີ່​ຈະ​ມາ​ເຖິງ, ຢູ່​ແຂວງ​ ກວາງ​ຫງ້າຍ, ມີ​ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ 9.000 ຄົນ ຈະ​ເຂົ້າ​ຮ່ວມ​ລາຍການ ນັກ​ສຶກສາກັບ​​ເຂດທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ປີ 2013. ທີ່​ງານ​ບຸນ, ມີ​ບັນດາ​ເນື້ອ​ໃນ​ໂຄສະນາ​ກ່ຽວ​ກັບ​​ເຂດທະ​ເລ​ໝູ່​ເກາະ​ທີ່​ມີ​ຄວາມ​ໝາຍ​ດ້ານ​ສັງຄົມ​ອັງ​ໃຫຍ່​ຫຼວງ​​ເຊິ່ງ​ໄດ້​ຮັບ​ການ​ປະຕິບັດ​ຄື: ​ໂຄສະນາ​ກ່ຽວ​ກັບ​ອະທິປະ​ໄຕ, ຊີວິດ​ການ​ເປັນຢູ່​ເຂດ​ທະ​ເລໝູ່​ູ່​ເກາະ; ພິທີ​ຜຸ​ກສ່ຽວ​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ ກັບເກາະຕ່າງໆ; ການຕອບ​ບູນ​ແທນ​ຄຸນ, ມອບ​ທຶນ​ສຶກສາ​ໃຫ້​ຊາວ​ປະມົງ, ລູກ​ຫຼານ​ຂອງ​ນັກຮົບ​​ເຂດ​ໝູ່​ເກາະ... ມີ​ນັກ​ສຶກສາ 900 ຄົນ​ໃນ​ຈຳນວນ 9.000 ຄົນ​ຈະ​ເດີນທາງ​​ໄປ​ເຖິງ​ເກາະ​ຫຼີ​ເຊີນ ​ໃນ​ຄັ້ງ​ນີ້. ອ້າຍ ບຸ​ຍກວາງ​ຮຸຍ, ຮອງ​ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ໃຫ້​ຮູ້​ວ່າ.
        “ພວກ​ຂ້າພະ​ເຈົ້າ​ຝາກຄວາມ​ຫວັງ​ຕໍ່ນັກ​ສຶກສາ 900 ຄົນ​ທີ່ເດີນທາງ​ໄປ​ເກາ​ະ, ​ເມື່ອ​ໄດ້​ຜ່ານ​ພຶດຕິ​ກຳ​ຕົວ​ຈິ່ງ, ຢ້ຽມຊົມ​ບັນດາ​ປູ​ຊະນີ​ຍະ​ສະ​ຖານປະຫວັດ​ສາດຄື: ກອງ​ກຳລັງ​ທະຫານ​ເຮືອຮ່ວາງ​ຊາ, ​ໄດ້​ພົບ​ປະ​ກັບ​ແລດ​ປ່ຽນ​ກັບ​ບັນດາ​ເພື່ອນ​ມິດ​ຊາວ​ໜຸ່ມ, ຊາວ​ປະ​ມົງຢູ່​ເກາະ​ແລ້ວ ພວກ​​ເພື່ອນ​ຈະ​ເຂົ້າ​ໃຈ​ກວ່າ ຈາກ​ນັ້ນ​ຈະ​ປຸກ​ລຸກ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ, ຄວາມ​ຮັກ​ຕໍ່​ເຂດ​ໝູ່​ເກາະ​ທະ​ເລ, ມີ​ສະຕິ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ແລະ ນັກ​ສຶກສາ 900 ຄົນ​ໃນ​ທົ່ວ​ປະ​ເທດ ຈະ​ເປັນ​ນັກໂຄສະນາ​ຢ່າງ​, ມີ​ປ​ະສິດທິ​ຜົນ​ທີ່​ສຸດ​ໃນ​ກຳລັງ​ນັກ​ສຶກສາ​ຂອງ​ພວກ​ເຮົາ​”.
ຂ່າວ/ບົດ​ອື່ນ