ລາຍການ​ປູກ​ຕົ້ນ​ໄມ້ 1 ຕື້ ຕົ້ນ ແລະ ປົກ​ປັກ​ຮັກ​ສາ, ພັ​ດ​ທະ​ນາ​ປ່າ​ໄມ້

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກາກໍ່ເຊັນປະກາດໃຊ້ຄຳສັ່ງກ່ຽວກັບການຈັດຕັ້ງຂະບວນການ “ງານບຸນປູກຕົ້ນໄມ້” ແລະ ເພີ່ມທະວີວຽກງານປົກປັກຮັກສາ, ພັດທະນາປ່າໄມ້ນັບແຕ່ຕົ້ນປີ 2021

ຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ບັນດາປະກົດການອາກາດຮ້າຍແຮງ, ດິນເຊາະເຈື່ອນ, ໄພແຫ້ງແລ້ງໄດ້ກໍ່ຜົນຮ້າຍຢ້ອນຫລັງຢ່າງໜັກໜ່ວງຕໍ່ຊີວິດ, ຊັບສົມບັດຂອງປະຊາຊົນ, ພວມວາງອອກຄວາມຕ້ອງການປົກປັກຮັກສາ ແລະ ພັດທະນາປ່າໄມ້ຢ່າງຂ້ຽວຂາດກ່ວາ, ທັງແມ່ນໜ້າທີ່ຮີບດ່ວນ, ທັງແມ່ນໜ້າທີ່ຍຸດທະສາດໄລຍະຍາວ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຈັດຕັ້ງວັນບຸນປູກຕົ້ນໄມ້ປີ 2021 ດ້ວຍມາດຖານປູກຕົ້ນໄມ້ຂຽວສູງກ່ວາ 1,5 ເທົ່າ ແລະ ແຕ່ປີ 2022 ຫາປີ 2025 ສູງກ່ວາທົບ 2 ເທົ່າເມື່ອທຽບໃສ່ໝາກຜົນການປະຕິບັດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ