ລາຍ​ການ​ພົ​ບ​ປະ​ແລ​ກ​ປ່ຽນສະ​ແດງ​ສິ​ປະ​ລະ “ຄວາມ​ຄາດ​ຫວັງ​ຂອ​ງ​ຫວຽດ​ນາມ”

(VOVWORLD) -ລາຍການດັ່ງກ່າວແມ່ນເລື່ອງລາວກ່ຽວກັບໜ້າປະຫວັດສາດໃໝ່ - ເອກະລາດ, ອິດສະລະພາບຂອງຊາດ, ຂະບວນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາຂອງປະເທດຊາດ ແລະ ຄວາມຄາດຫວັງກ່ຽວກັບຫວຽດນາມເຂັ້ມແຂງແຮງກ້າ, ສີວິໄລ, ຜາສຸກໃນວິໄສທັດປີ 2030 – 2045 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ມຸ່ງໄປເຖິງ.
ລາຍ​ການ​ພົ​ບ​ປະ​ແລ​ກ​ປ່ຽນສະ​ແດງ​ສິ​ປະ​ລະ “ຄວາມ​ຄາດ​ຫວັງ​ຂອ​ງ​ຫວຽດ​ນາມ” - ảnh 1ລາຍການພົບປະແລກປ່ຽນສະແດງສິປະລະ “ຄວາມຄາດຫວັງຂອງຫວຽດນາມ”

ເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ຕອນຄ່ຳວັນທີ 15 ມັງກອນ, ຢູ່ສູນກະຈາຍສຽງແຫ່ງຊາດເຮືອນເລກທີ 56 ຖະໜົນກ໊ວານຊື໊, ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິປະລະ “ຄວາມຄາດຫວັງຂອງຫວຽດນາມ”. ທ່ານຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ເຂົ້າຮ່ວມ ພ້ອມກັບການນຳບັນດາຄະນະ, ກະຊວງ, ຂະແໜງການຕ່າງໆ.

ລາຍການດັ່ງກ່າວແມ່ນເລື່ອງລາວກ່ຽວກັບໜ້າປະຫວັດສາດໃໝ່ - ເອກະລາດ, ອິດສະລະພາບຂອງຊາດ, ຂະບວນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາຂອງປະເທດຊາດ ແລະ ຄວາມຄາດຫວັງກ່ຽວກັບຫວຽດນາມເຂັ້ມແຂງແຮງກ້າ, ສີວິໄລ, ຜາສຸກໃນວິໄສທັດປີ 2030 – 2045 ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ມຸ່ງໄປເຖິງ. ທ່ານ ຮອງສາສະດາຈານ ປ.ອ ຫງວຽນແມັ້ງຮ່າ ອະດີດຫົວໜ້າສະຖາບັນປະຫວັດສາດພັກ - ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນຢັ້ງຢືນວ່າ:

ພັກກອມມູນິດ ຫວຽດນາມມີສິລະປະການນຳພາຢ່າງເກັ່ງກ້າສາມາດ. ພັກເຮົາ ແລະ ຜູ້ນຳ ຫງວຽນອ໊າຍກ໊ວກ ໄດ້ເປັນເຈົ້າການຕິດຕໍ່ພົວພັນຮ່ວມມື ກັບກຳລັງພັນທະມິດ, ສົມທົບກັນບຸກໂຈມຕີຟາດຊິດ ຍີ່ປຸ່ນ. ຍ້ອນມີການຮ່ວມມືດັ່ງກ່າວ ສະນັ້ນພວກເຮົາຈຶ່ງມີເງື່ອນໄຂກຳແໜ້ນຂໍ້ມູນຢ່າງສະດວກ. ໃນຄາວນັ້ນ, ຜູ້ນຳ ໂຮ່ຈີມິນ ໄດ້ໂຮມປະຊຸມທົ່ວປະເທດຂອງພັກຢ່າງທັນການ ຍ້ອນພວກເຮົາຮູ້ວ່າ ກຳລັງພັນທະມິດຈະເຂົ້າມາຫວຽດນາມໃນທ້າຍເດືອນສິງຫາ 1945 ແລະ ພະເຈົ້າຈັກກະພັດຍີ່ປຸ່ນ ຈະຖະແຫຼງອອກຍອມຈຳນົນ.

ຕອບກັບ

ຂ່າວ/ບົດ​ອື່ນ