ລາຍການພົບປະແລກປ່ຽນ,ສະແດງສິລະປະ “ຫົວໃຈໜຶ່ງ - ໂລກໜຶ່ງ”

(VOVWORLD) -ຕອນຄ່ຳວັນທີ 16 ເມສາ, ຢູ່ຮ່າໂນ້ຍ ໄດ້ຈັດລາຍການພົບປະແລກປ່ຽນ, ສະແດງສິລະປະ “ຫົວໃຈໜຶ່ງ - ໂລກໜຶ່ງ” ຄັ້ງທີ 15, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົນພິການຫວຽດນາມ 18 ເມສາ 2018.

ລາຍການພົບປະແລກປ່ຽນ,ສະແດງສິລະປະ “ຫົວໃຈໜຶ່ງ - ໂລກໜຶ່ງ” - ảnh 1

ລາຍການພົບປະແລກປ່ຽນ,ສະແດງສິລະປະ “ຫົວໃຈໜຶ່ງ - ໂລກໜຶ່ງ” 

(ພາບ: baodansinh.vn)

ໃນ 15 ປີຜ່ານມາ, ລາຍການ “ຫົວໃຈໜຶ່ງ - ໂລກໜຶ່ງ” ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ເນື່ອງໃນໂອກາດວັນຄົນພິການຫວຽດນາມ, ເພື່ອແນໃສ່ສົ່ງສານທີ່ວ່າ “ຄົນພິການແມ່ນຜູ້ມີຄວາມສາມາດຜ່ານຜ່າບັນດາຄວາມຫຍຸ້ງຍາກທາງດ້ານຮ່າງກາຍ, ເຂົາເຈົ້າໄດ້ດຳລົງຊີວິດ, ເຮັດວຽກຄືກັນກັບຄົນທຳມະດາອື່ນໆ ເພື່ອເຊື່ອມຕົວເຂົ້າກັບປະຊາຄົມ, ປະກອບສ່ວນໃຫ້ແກ່ສັງຄົມ”. ນອກນັ້ນ, ລາຍການຍັງແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ໃຈບຸນໃຈກຸສົນຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ໄດ້ຮ່ວມເດີນທາງ, ຊ່ວຍເຫຼືອຄົນພິການ, ເດັກກ່ຳພ້າ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂຶ້ນ, ປະກອບສ່ວນຮັບປະກັນສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ