ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018”

(VOVWORLD) -ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ດຳເນີນລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018” ໂດຍສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ ສົມທົບກັບປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ຈັດຕັ້ງ.
ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018” - ảnh 1 (ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018”)

ດ້ວຍລະຫັດ DA CAM ສົ່ງເຖິງ 1400, ແຕ່ລະຂໍ້ຄວາມຈະສະໜັບສະໜູນ 18.000 ດົ່ງ ຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ລາຍການຖືກດຳເນີນນັບແຕ່ນີ້ຮອດວັນທີ 22 ສິງຫາ. ກ່າວຄຳເຫັນທີ່ພິທີປຸກລະດົມ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວປະເທດ ຮ່ວມແຮງຮ່ວມໃຈພ້ອມກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ສົ່ງຂໍ້ຄວາມສະໜັບສະໜູນລາຍການ.

      ຈຳນວນເງິນສະໜັບສະໜູນທີ່ເກັບມາໄດ້ ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ເອົາໄປໜູນຊ່ວຍ, ລ້ຽວດູ, ກວດ ປິ່ນປົວພະຍາດ, ສອນອາຊີບ, ສ້ອມແປງເຮືອນຢູ່… ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ