ລາຍການສິລະປະ “ສຽງເພງມິດຕະພາບຫວຽດນາມ - ໄທ”

ລາຍການສິລະປະ “ສຽງເພງມິດຕະພາບຫວຽດນາມ - ໄທ” - ảnh 1
ການສະແດງສິລະປະໃນລາຍການ

(vovworld) - ຕອນ​ຄຳ່​ວັນ​ທີ 13/1, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງສິລະ​ປະທີ່​ມີ​ຫົວ​ຂໍ້​ວ່າ “ສຽງ​ເພງ​ມິດຕະພາບ​ຫວຽດນາມ - ​ໄທ” ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ລະດູບານ​ໃໝ່ປີມະ​ເສງ 2013 ​ແລະ ສະ​ເຫຼີ​ມສະຫຼອງ ​ວັນ​ເກີດ​ຂອງ​ ປຣະບາດ​ສົມ​ເດັດ ບຸນ​​ມີ​ບົນ​ອັບ​ດູ​ນຍະ​ເດດ ຄົບຮອບ 85ປີ. ລາຍການ​ໂດຍ​ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ ນະຄອນ ​ໂຮ່ຈີ​ມິນ, ​ໂຮງ​ລະຄອນສິລະ​ປະ​ດົນຕີ ຫວຽດນາມ ສົມທົບ​ກັບ​ສະຖານທູດ ລາຊະ​ອານາຈັກ ​ໄທ ປະຈຳ​ຫວຽດນາມ ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ​ໄທ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນລະຫວ່າງ 2 ປະ​ເທດ ​ໃຫ້ນັບ​ມື້​ນັບ​ພັດທະນາ​ກ່ວາ​ອີກ. ກ່າວ​ຄຳ​ເຫັນ​​ເປີດລາຍການ, ທ່ານ ອານຸສົນ ຈິ​ນວັນ​​ໂນ,​ເອກ​ອັກຄະ​ລັດຖະທູ​ດຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ ​ໄທ ປະຈຳ​ຫວຽດນາມ ​ໄດ້​​ເນັ້ນ​ໜັກ​​ເຖິງ​ເລື່ອງ​ພັດທະນາ​ສາຍ​ພົວພັນ​ທີ່ສະໜິດ​ຕິ​ດພັນ​ລະຫວ່າງ ​ໄທ ​ແລະ ຫວຽດນາມ, ພິ​ເສດ​ແມ່ນ​ການ​ພົວພັນ​ລະຫວ່າງ ປະຊາຊົນ 2 ປະ​ເທດ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ:

ເທບ​ສຽງທ່ານ ອານຸສົນ ຈິ​ນວັນ​​ໂນ

ລາຍການ​ໄດ​້ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ບັນດາ​ລາຍການ​ສະ​ແດງ​ທີ່​ດູດດື່ມ​ຂອງ ​ໄທ ​ໄດ້​ຊ່ວຍ​ໃຫ້​ຊາວ​ຫວຽດນາມ ​ເຂົ້າ​ໃຈຕື່ມ​ອີ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຂອງ​ປະ​ເທດ​ແຫ່ງ​ວັດວາ​ອາ​ຮາມ ນີ້​.

ຂ່າວ/ບົດ​ອື່ນ