ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນປະຕິບັດພິໄນກຳຂອງປະທານໂຮ່ຈີມິນ

(VOVWORLD) - ພິໄນກຳຂອງປະທານ ໂຮ່ຈີມິນ ໄດ້ສະຫລຸບບົດຮຽນໃນພຶດຕິກຳຕົວຈິງແຫ່ງການນຳພາການປະຕິວັດ, ທິດທາງແຫ່ງການພັດທະນາຂອງຊາດ
ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນປະຕິບັດພິໄນກຳຂອງປະທານໂຮ່ຈີມິນ - ảnh 1 ການສະແດງສິລະປະທີ່ລາຍການ

ລາຍການ “ຈື່ຈຳຄຳສັ່ງສອນຂອງລຸງໂຮ່” ໄດ້ຈັດຕັ້ງໃນຕອນຄ່ຳວັນທີ 29 ສິງຫາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ແມ່ນລາຍການພິເສດໂດຍໜັງສືພິມ ເຍີນເຢີນ (ປະຊາຊົນ) ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ (1945 – 2018) ແລະ 49 ປີແຫ່ງວັນປະຕິບັດພິໄນກຳຂອງປະທານໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມລາຍການ.

        ກ່າວຄຳເຫັນທີ່ລາຍການ, ທ່ານ ທ້ວນຫຶວ, ຫົວໜ້າບັນນາທິການໜັງສືພິມ ເຍີນເຢີນ (ອົງການກະບອກສຽງຂອງພັກກອມມູນິດ ຫວຽດນາມ) ຢັ້ງຢືນວ່າ: ພິໄນກຳຂອງປະທານ ໂຮ່ຈີມິນ ໄດ້ສະຫລຸບບົດຮຽນໃນພຶດຕິກຳຕົວຈິງແຫ່ງການນຳພາການປະຕິວັດ, ທິດທາງແຫ່ງການພັດທະນາຂອງຊາດ, ສະແດງໃຫ້ເຫັນບຸກຄະລິກກະພາບຜູ້ນຳ, ເປັນນັກວິລະຊົນປົດປ່ອຍຊາດ, ເປັນນັກວັດທະນະທຳທີ່ມີຊື່ສຽງ. ພິໄນກຳຂອງປະທານໂຮ່ຈີມິນ ໄດ້ເຕົ້າໂຮມບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ແນວຄິດ. ນັ້ນແມ່ນເອກະສານຂອງນັກການເມືອງຜູ້ຍິ່ງໃຫຍ່, ການນຳຂອງພັກ, ຂອງຊາດ, ເພິ່ນໄດ້ປະດິດຄິດສ້າງສະໄໝ ໂຮ່ຈີມິນ, ທັງແມ່ນບົດປະພັນຂອງນັກວັດທະນະທຳທີ່ຍິ່ງໃຫຍ່.

        ລາຍການ “ຈື່ຈຳຄຳສັ່ງສອນຂອງລຸງໂຮ່” ແມ່ນເພື່ອແນໃສ່ຕັກເຕືອນໃຫ້ລຸ້ນຄົນໃນປະຈຸບັນ ແລະ ໃນອະນາຄົດຕ້ອງຮ່ຳຮຽນ, ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ກໍ່ຄືບັນດາບົດຮຽນທີ່ຖອດຖອນມາໄດ້ຈາກພາລະກິດແຫ່ງການປະຕິວັດອັນຍິ່ງໃຫຍ່, ພິໄນກຳທີ່ສັກກະລະບູຊາຂອງເພິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ