ລາຍການສະແດງ ສິລະປະສາຍໃຈ ເຈື່ອງເຊີນ

ລາຍການສະແດງ ສິລະປະສາຍໃຈ ເຈື່ອງເຊີນ - ảnh 1
 (ພາບ: Thanh Vũ/TTXVN)

 (vovworld)-​​​​ ​ ລາຍການ​ສະ​ແດງ​ສິລະ​ປະສາຍ​ໃຈ​ເຈື່ອງ​ເຊີນ ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10/11 ຢູ່​ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ເພື່ອ​ແນ​ໃສ່​ສະຫລຸບ 4 ປີ​ແຫ່ງ​ການ​ປະຕິບັດ​ລາຍການ ສາຍ​ໃຈ​ເຈື່ອງ​ເຊີນ ​​ໂດຍ​ໜັງ​ສຶພິມ​ໄຊ​ງ່ອນ​ປົດ​ປ່ອຍ ​ແລະ ບັນດາ​ຫົວໜ່ວຍ​ກ່ຽວຂ້ອງ​ປຸກລະດົມ, ຜັນ​ຂະຫຍາຍ. ພາຍຫຼັງ​ປຸກລະດົມ ​ແລະ ຜັນ​ຂະຫຍາຍລາຍການ ສາຍ​ໃຈ​ເຈື່ອງ​ເຊີນ ​ເປັນ​ເວລາ 4 ປີ, ຄະນະ​ຈັດຕັ້ງ​ຂົນຂວາຍລະດົມ​ເງິນ​​ໄດ້​ເກືອບ 140 ຕື້​ດົ່ງ, ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ມອບ​ເຮືອ​ນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ກ່ວາ 1300 ຫຼັງ​ຢູ່ 44 ​ແຂວງ ນະຄອນ​ລວມມູນ​ຄ່າ​ເກືອບ 50 ຕື້​ດົ່ງ; ກໍ່ສ້າງ​ອະນຸສາວະລີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເຈື່ອງ​ເຊີນ ​ຢູ່​ແຂວງ​ກວາງ​ບິງ, ກວາງ​ຈິ້….

  ​ໂດຍ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ຊື່​ງຜູ້​ປະຕິບັດ​ລາຍການ​ບັນລຸ​ໄດ້​ນັ້ນ, ທ່ານ​ປະທານ​ປະ​ເທດ​ເຈື່ອງ​ເຕິ​ນຊາງ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້ໝູ່​ຄະນະການ​ນຳໜັງ​ສຶພິມ​ໄຊ​ງ່ອນ​ປົດ​ປ່ອຍ ​ແລະ 2 ຄົນ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 3 ໝູ່​ຄະນະ ​ແລະ 2 ຄົນ​ທີ່​ມີ​ບັນດາຜົນງານ​ໃນ​ການ​ປະຕິບັດ​ລາຍການສາຍ​ໃຈ​ເຈື່ອງ​ເຊີນ.


ຂ່າວ/ບົດ​ອື່ນ