ລາຍການສະແດງຊຸດເສື້ອຍາວຫວຽດນາມຢູ່ ຫໍປະສາດ Chambord ທີ່ຝະລັ່ງ

ລາຍການສະແດງຊຸດເສື້ອຍາວຫວຽດນາມຢູ່ ຫໍປະສາດ Chambord ທີ່ຝະລັ່ງ - ảnh 1
ຫໍ​ປະສາດ Chambord ທີ່ປະ​ເທດ​ຝະລັ່ງ

(Vovworld) - ວັນ​ທີ 22/8, ຢູ່ຮ່າໂນ້ຍ, ສະຖານທູດຝະລັ່ງປະຈຳຫວຽດນາມ ສົມທົບກັບ​ກຸ່ມ​ບັນດາ​ນັກ​ອອກ​ແບບ​ອາພອນ​ສະ​ໄໝຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ເຫດການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ຢູ່​ຝະລັ່ງ​ໃນ​ວັນ​ທີ 7/9/2013. ​ເຫດການ​ນີ້​ຖືກ​ຈັດ​ຂຶ້ນ​ຢູ່​ຫໍ​ປະສາດ Chambord ທີ່ປະ​ເທດ​ຝະລັ່ງ ​ໃນ​ຂອບ​ເຂດ“ ປີ​ຫວຽດນາມ​ຢູ່​ຝະລັ່ງ​ປີ 2013”. ນີ້​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຫໍ​ປະສາດ Chambord ຊຶ່ງ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຫໍ​ປະສາດ Chambord 10 ​ແຫ່ງ​ທີ່​ງາມ​ກ່ວາ​ໝູ່​ໃນ​ໂລກ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ມວນມະນຸດ, ​ໄດ້​ຈັດການ​ຕ້ອນຮັບ​ ນັກ​ອອກ​ແບບ​ອາພອນ​ສະ​ໄໝຫວຽດນາມ 3 ຄົນ​ຄື: ມິນ​ແຫ້ງ​, ກົງ​ແຄງ ​ແລ​ພ ຈ້ອງ​ງວຽນ. ດ້ວຍ​ລາຍການສະ​ແດງ​ຊຸດ​ເສື້ອ​ຍາວ​ຫວຽດນາມ​ຢູ່​ສະຖານ​ທີ່​ວັດທະນະທຳ​ທີ່​ລືຊື່​ຂອງ​ໂລກ, ບັນດານັກ​ອອກ​ແບບ​ອາພອນ​ສະ​ໄໝຫວຽດນາມຈະ​ປະກອບສ່ວນ​ນຳ​ວັດທະນະທຳ​ຫວຽດນາມ ​ແລະ ຂະ​ແໜງ​ອຸດສາຫະກຳອາພອນ​ສະ​ໄໝຫວຽດນາມກ້າວ​ເດີນ​ຢ່າງທຽບ​ທັນ​ກັບ​ໂລກ ພ້ອມ​ທັງ​ໂຄສະນາ​ປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ບັນດາ​ຜົນງານ​ດ້ານ​ວັດທະນະທຳ, ສິລະ​ປະ​ຂອງ​ຫວຽດນາມ​ໃຫ້​ເພື່ອນ​ມິດສາ​ກົນ. 

ຂ່າວ/ບົດ​ອື່ນ