ລາຍການສະແດງສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ”

ລາຍການສະແດງສິລະປະ “ ຖະຫວາຍດອກໄມ້ຂຶ້ນຕໍ່ລຸງໂຮ່ ” - ảnh 1
ລາຍການໜຶ່ງໃນລາຍການ​ສະ​ແດງ​ສິລະ​ປະ “ ຖະຫວາຍດອກ​ໄມ້​ຂຶ້ນ​ຕໍ່​ລຸງ​ໂຮ່ ”


Vovworld- ຕອນ​ຄ່ຳ ວັນ​ທີ 15/5 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ “ ຖະຫວາຍດອກ​ໄມ້​ຂຶ້ນ​ຕໍ່​ລຸງ​ໂຮ່ ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພິ່ນ​ຄົບຮອບ 122 ປີ ​ແລະ ຂ່ຳນັບ​ຊົມ​ເຊີຍ​ກອງ​ປະຊຸມ​ສະຫຼຸບ 1 ປີ ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ຍູ້​ແຮງ​ບັ້ນ​ຂົນຂວາຍ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ທ່ານ Nguyen Phu Trong ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ , ທ່ານ Ngo Văn Du ປະ​ທານຄະນະ​ກຳມະການ​ກວດກາ​ສູນ​ກາງ​ພັກ , ທ່ານ​ Dinh The Huynh ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ທ່ານ​ນາງ Tong Thi Phong ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ລາຍການ.  ​ໃນ​ລາຍການ​ດັ່ງກ່າວ, ທ່ານ  Nguyen The Ky  ຮອງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເນັ້ນ​ໜັກວ່າ :

    “  ຄະນະ​ຊີ້​ນຳ ​ແລະ ສະພາ​ມອບ​ລາງວັນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຮຽກຮ້ອງ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ນັກສິລະ​ປີນ, ນັກ​ຂ່າວ, ພໍ່​ແມ່​ພີ​ນ້ອງ ສະຫາຍທັງ​ຢູ່​ພາຍ​ໃນ ​ແລະ ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ຈົ່ງຕັ້ງໜ້າ​ເຂົ້າ​ຮ່ວມ​ຊິ່ງລາງວັນ, ຍູ້​ແຮງ​ວຽກ​ງານ​ປະພັນ, ​ໂຄສະນາ​​ແນະນຳບົດ​ປະພັນ​ວັນນະຄະດີ, ສິລະ​ປະ, ບົດ​ໜັງສື​ພິມ ກ່ຽວກັບ​ຫົວ​ເລື່ອງ ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ  ”

   ພາຍຫຼັງ​ພິທີ​ປຸກລະດົ​ມ, ​ແມ່ນ​ໄດ້​ດຳ​ເນີນ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ, ​ແນະນຳ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ