ລາຍການສະແດງສິລະປະ “ ອ້ອມແຂນແຫ່ງຄວາມຮັກແພງມະນຸດດ້ວຍກັນ ” ຊ່ວຍເຫຼືອຜູ້ຕິດເຊື້ອ HIV/ໂລກເອດ


ລາຍການສະແດງສິລະປະ “ ອ້ອມແຂນແຫ່ງຄວາມຮັກແພງມະນຸດດ້ວຍກັນ ” ຊ່ວຍເຫຼືອຜູ້ຕິດເຊື້ອ HIV/ໂລກເອດ - ảnh 1
ເພື່ອ​ໂລກ​ປອດ HIV/ໂລກ​ເອດ

(vovworld)- ຕອນ​ຄ່ຳ​ວັນ​ທີ 3/12, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ປ້ອງ​ກັນ ແລະ ຕ້ານ​ການ​ຕິດ​ເຊື້ອ HIV/ໂລກ​ເອດ ປີ 2015. ລາຍ​ການ​ແມ່ນ​ໂອ​ກາດ​ເພື່ອ​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ອົງ​ການ​ສາ​ກົນ, ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ທັງ​ຢູ່​ພາຍ ແລະ ຕ່າງ​ປະ​ເທດໃນ​ກິດ​ຈະ​ການ ປ້ອງ​ກັນ ແລະ ຕ້ານ​ການ​ຕິດ​ເຊື້ອ HIV/ໂລກ​ເອດ. ທ່ານ ຫງວຽນ​ວັນ​ສິວ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ເນັ້ນ​ໜັກ​ວ່າ : 

   “  ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, , ອົງ​ການ​ຈັດ​ຕັ້ງ​ການ​ເມືອງ, ສັງ​ຄົມ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ,, ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ ບໍ່​ຈຳ​ແນກ​ການ​ປະ​ພຶດ​ກັບ​ຜູ້ ຕິດ​ເຊື້ອ HIV/ໂລກ​ເອດ, ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ວຽກ​ງານ ປ້ອງ​ກັນ ແລະ ຕ້ານ​ການ​ຕິດ​ເຊື້ອ HIV/ໂລກ​ເອດ ແລະ ໜູນ​ຊ່ວຍ, ເບິ່ງ​ແຍງ​ດູ​ແລ​ບັນ​ດາຕິດ​ເຊື້ອ HIV/ໂລກ​ເອດທີ່​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ. ສູ້​ຊົນ​ເຖິງ​ປີ 2030 ພວກ​ເຮົາ​ບັນ​ລຸ​ເປົ້າ​ໝາຍບໍ່​ມີ​ຜູ້ຕິດ​ເຊື້ອ HIV ຄົນໃໝ່, ກ້າວ​ໄປ​ເຖິງການ​ປອດ​ພະ​ຍາດ​ເອດ”

ຂ່າວ/ບົດ​ອື່ນ