ລາຍການສະແດງສິລະປະ ແຄແຊງ 1968 - ກຳລັງແຮງ ຫວຽດນາມ

ລາຍການສະແດງສິລະປະ ແຄແຊງ 1968 - ກຳລັງແຮງ ຫວຽດນາມ - ảnh 1
ລາຍການສະ​ແດງ​ສິລະ​ປະ “​ແຄ​ແຊງ 1968 - ກຳລັງ​ແຮງ ຫວຽດນາມ
(ພາບ: Hồ Cầu/TTXVN)

(vovworld) – ຄື​ດັ່ງ​ພວກ​ເຮົາ​ໄດ້​ໃຫ້ຂ່າວ​​ໄປ​​ແລ້ວ, ​ໂດຍ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ໄຊຊະນະ ​ແຄ​ແຊງ, ປົດປ່ອຍ ​ເຮື໋ອງຮ່ວາ, ຕອນ​ຄຳ່​ວັນ​ທີ 7/7, ຢູ່​ຫໍພິພິຕະພັນ​ໄຊຊະນະ ສະໜາ​ມບິນ ຕ່າ​ເກີນ, ​ຕາ​ແສງ ​ເຕີນ​ເຮີບ, ​ເມືອງ ​ເຮື໋ອງຮ່ວາ, ​ແຂວງ ກວາງ​ຈີ້ ​ໄດ້​ຈັດ​ຕັ້ງ​ລາຍການສະ​ແດງ​ສິລະ​ປະ “​ແຄ​ແຊງ 1968 - ກຳລັງ​ແຮງ ຫວຽດນາມ”. ລາຍການ​ສະ​ແດງ​ສິລະ​ປະ “​ແຄ​ແຊງ 1968 - ກຳລັງ​ແຮງ ຫວຽດນາມ” ​ໄດ້​ວາດ​ພາບ​ບັ້ນ​ຮົບ​ທີ່ມີ​ຄວາມ​ໝາຍ​ຕັດສິນ​ຊີ້ຂາດ​​ໄຊຊະນະ ​ແຄ​ແຊງ, ປົດ​ປ່ອຍ ເຮື໋ອງຮ່ວາ ກ່ອນ​ນີ້ 45 ປີ. ລາຍການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງອາຊີບ 300 ຄົນ​ຂອງ​ໂຮງ​ລະຄອນເຫ້ວ, ກຳລັງ​ທະຫານ​ທ້ອງ​ຖີ່​ນ ​ແລະ ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ ​ເວີນ​ກ່ຽວ, ປາ​ໂກ ຢູ່​ທາງ​ຕາ​ເວັນ​ຕົກ ກວາງ​ຈີ້. ຜ່ານ​ການ​ພົບ​ປະ​ແລກປ່ຽນ​ກັບ​ບັນ​ດາ​ນັກຮົບ​ເກົ່າ, ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ໂດຍ​ກົງ​ໄດ້​ເລົ່າ​​ຄືນບັນດາ​ເລື່ອງລາວທີ່​ມີ​ຄວາມ​ສະ​ເທືອ​ນ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ສູ້​ຮົບກ້າຄົງ​ອົງອາດ ​ແລະ ປີ​ຊາ​ສາມາດ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ. ທ່ານ ຫງວຽນ​ກວາງຕ໋າມ, ອະ​ດິດທີ່​ປຶກສາ​ຂອງກອງ 565, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃຫ້​ຮູ້​ວ່າ:

“​ເມື່ອ​ປົດ​ປ່ອຍ​ແຄ​ແຊງ​, ​ເມືອງ ​ເຮື໋ອງຮ່ວາ ​ຮຽບຮ້ອຍແລ້ວ, ຊີວິດ​ຂອງ​ປະຊາຊົນ​ໃນ​ຄາວ​ນັ້ນ​ທຸກ​ຍາກ​ລຳບາກ​ຫຼາຍ, ປະຊາຊົນ​ກືກ​ໜັງສື. ຫຼັງ​ຈາກ​ນັ້ນ, ​ແຜນ​ນະ​ໂຍບາຍ​ຂອງ​ເມືອງ​ວາງ​ອອກ​ນັ້ນ​ແມ່ນ​ຕ້ອງ​ຕັ້ງໜ້າ​ຕ້ານ​ຄວາມ​ອຶດຫິວ​ດ້ວຍ​ມາດ​ຕະການ​ປູກ​ມັນ​ຕົ້ນ, ມັນ​ດ້າງ, ບຸກ​ເບີກ​ໜ້າ​ພຽງ​ເພື່ອ​ປູກ​ເຂົ້າ, ພ້ອມ​ທັງ​ຕັ້ງໜ້າ​ປູກ​ກາ​ເຟ, ຕົ້ນ​ໝາກພິກໄທ, ກ້ວຍ, ລ້ຽງ​ງົວ, ຄວາຍ, ໝູ, ດັ່ງ​ນັ້ນ​ຊີວິດ​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ປັບປຸງ​ໃຫ້​ດີ​ຂຶ້ນ.”

ຂ່າວ/ບົດ​ອື່ນ