ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ

(VOVWORLD) - ງານວາງສະແດງໄດ້ແນະນຳຮູບພາບປະທານໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ນັກວັດທະນະທຳໃຫຍ່ຂອງໂລກ, ນັກຮົບເປັນສັນຍາລັກໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດ.
ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ແລະ ຄະນະຜູ້ແທນເຂົ້າຮ່ວມງານວາງສະແດງ)

        ຕອນຄ່ຳວັນທີ 25 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ສູນວັດທະນະທຳ Kirchner, ນະຄອນຫຼວງ Buenos Aires, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ຕັດແຖບຜ້າເປີດສະຫຼອງງານວາງສະແດງ “ ໂຮ່ຈີມິນ - ຮູບພາບບຸກຄົນໜຶ່ງ”; ເຂົ້າຮ່ວມລາຍການສະແດງສິລະປະພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ.

        ງານວາງສະແດງໄດ້ແນະນຳຮູບພາບປະທານໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ນັກວັດທະນະທຳໃຫຍ່ຂອງໂລກ, ນັກຮົບເປັນສັນຍາລັກໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດ. ບັນດາພາບຖ່າຍທີ່ນຳມາວາງສະແດງ ໄດ້ສະແດງໃຫ້ໃຫ້ເຫັນຫຼາຍໄລຍະຂອງຊີວິດປະຕິວັດຂອງ ເພີ່ນ. ສິ່ງທີ່ໜ້າສົນໃຈ, ງານວາງສະແດງໄດ້ແນະນຳໄລຍະປະຫວັດສາດເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດໃນຕົ້ນສະຕະວັດທີ 20, ປະທານ ໂຮ່ຈີມິນ ໄດ້ແວ່ປະເທດ ອາກຊັງຕິນ ແລະ ອຸຣູກວາຍ ໃນຊຸມປີ 1912.

        ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນ ໄດ້ເຂົ້າຮ່ວມລາຍການສະແດງສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ