ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສັກ​ສິດ​ອ​ວ່​າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້​າ​ເຫງົ້​າ​ກໍ່ - ດິນ​ແດນ​ແຫ່ງບັນ​ພະ​ບຸ​ລຸດເຈົ້າ​ຊີ​ວິດ​ຮຸ່ງ

(VOVWORLD) - ໃນຂອບເຂດວັນບຸນບູຊາເຈົ້າຊີວິດ ຮຸ່ງ - ງານບຸນວິຫານຮຸ່ງ ປີ 2021, ຕອນຄ່ຳວັນທີ 20 ເມສາ ຢູ່ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ສັກສິດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່ - ດິນແດນແຫ່ງບັນພະບຸລຸດເຈົ້າຊີວິດຮຸ່ງ”. 
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ສັກ​ສິດ​ອ​ວ່​າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້​າ​ເຫງົ້​າ​ກໍ່ - ດິນ​ແດນ​ແຫ່ງບັນ​ພະ​ບຸ​ລຸດເຈົ້າ​ຊີ​ວິດ​ຮຸ່ງ - ảnh 1ລາຍການສະແດງສິລະປະ ດ້ວຍຫົວຂໍ້ “ສັກສິດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່ - ດິນແດນແຫ່ງບັນພະບຸລຸດເຈົ້າຊີວິດຮຸ່ງ” (ພາບ: vov.vn)

ລາຍການດັ່ງກ່າວ ມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງເກືອບ 200 ຄົນ, ດ້ວຍລາຍການສິລະປະທີ່ເປັນເອກະລັກສະເພາະເກືອບ 20 ລາຍການ ເຊິ່ງມີເນື້ອໃນຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ, ແນະນຳ, ໂຄສະນາມໍລະດົກວັດະນະທຳ, ທິວທັດທຳມະຊາດ ແລະ ປະຊາຊົນຢູ່ດິນແດນແຫ່ງບັນພະບຸລຸດເຈົ້າຊີວິດຮຸ່ງ…. ພິເສດ ໃນລາຍການນີ້ ຍັງມີການສະແດງຊຸດເສື້ອຍາວ “ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່”. ທ່ານ ຫງວຽນດັກຖຸຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຝູທໍ້ ໃຫ້ຮູ້ວ່າ ນີ້ແມ່ນໂອກາດເພື່ອໂຄສະນາພາບພົດ, ເຊີດຊູ, ເສີມຂະຫຍາຍສີສັນວັດທະນະທຳ ເຈົ້າຊີວິດຮຸ່ງ; ສ້າງບັນຍາກາດວັດທະນະທຳ ເພື່ອສຳຜັດ, ຊອກຮູ້, ຄົ້ນຫາມໍລະດົກວັດທະນະທຳດິນແດນແຫ່ງກົກເຄົ້າເຫງົ້າກໍ່, ພິເສດແມ່ນການເຫຼືອມໃສເຊື່ອຖືບູຊາເຈົ້າຊີວິດ ຮຸ່ງ, ຂັບຊວານ ຝູທໍ້. 

ຕອບກັບ

ຂ່າວ/ບົດ​ອື່ນ