ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ນັກ​ກະ​ວີ ໂຕ໊ຫືວ ຄົບ​ຮອບ 100 ປີ

(VOVWORLD) -ຕອນຄ່ຳວັນທີ 4 ຕຸລາ ຢູ່ຮ່າໂນ້ຍ, ຄະນະໂຄສະນາ, ສຶກສາສູນກາງ ສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສະແດງສິລະປະດົນຕີປະສານກະວີ ດ້ວຍຫົວຂໍ້ “ຂ້ອຍມີຄວາມຕື່ນຕົວຕໍ່ອຸດົມການປະຕິວັດແຕ່ຄາວນັ້ນ”.
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ນັກ​ກະ​ວີ ໂຕ໊ຫືວ ຄົບ​ຮອບ 100 ປີ - ảnh 1 (ພາບປະກອບ: VTV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດນັກກະວີ ໂຕ໊ຫືວ ຄົບຮອບ 100 ປີ (4/10/1920 – 4/10/2020), ຕອນຄ່ຳວັນທີ 4 ຕຸລາ ຢູ່ຮ່າໂນ້ຍ, ຄະນະໂຄສະນາ, ສຶກສາສູນກາງ ສົມທົບກັບ ສະຖານີໂທລະພາບ ຫວຽດນາມ ຈັດຕັ້ງລາຍການສະແດງສິລະປະດົນຕີປະສານກະວີ ດ້ວຍຫົວຂໍ້ “ຂ້ອຍມີຄວາມຕື່ນຕົວຕໍ່ອຸດົມການປະຕິວັດແຕ່ຄາວນັ້ນ”.

        ໃນລາຍການ, ມີແຂກຖືກເຊີນຫຼາຍທ່ານ ໄດ້ແບ່ງປັນທັດສະນະ, ວິເຄາະກ່ຽວກັບຄຸນຄ່າໃນບົດກະວີຂອງນັກກະວີ ໂຕ໊ຫືວ. ລາຍການດັ່ງກ່າວ ຍັງມີການເຂົ້າຮ່ວມຂອງນັກສິລະປິນຫຼາຍຄົນທີ່ມາຈາກໂຮງລະຄອນຟ້ອນລຳທຳເພງ ກອງທັບ ອັນໄດ້ນໍາມາເຊິ່ງຄວາມຮູ້ສຶກ, ອາລົມຈິດຫຼາຍຢ່າງແກ່ຜູ້ຊົມໃນຕະຫຼອດລາຍການ.


ຕອບກັບ

ຂ່າວ/ບົດ​ອື່ນ