ລາຍການ“ເດີນທາງກັບເມືອສະແດງສິລະປະຢູ່ດ້ຽນບຽນຝູ”

ລາຍການ“ເດີນທາງກັບເມືອສະແດງສິລະປະຢູ່ດ້ຽນບຽນຝູ” - ảnh 1
ນັກ​ປະພັນ​ດົນຕີ ​ໂດ໋ຮົ່ງກວນ ກ່າວຄຳເຫັນທີ່ການປະຊຸມຂ່າວ
(ພາບ: vanvn.net)

(vovworld) – ສະຫະສະມາຄົມ​ວັນນະຄະດີສິລະ​ປະ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ “ເດີນທາງກັບ​​ເມືອ​ສະ​ແດງສິລະ​ປະ​ຢູ່​ດ້ຽນບຽນ​ຝູ” ​ໄດ້​ສົ່ງ​ນັກ​ສິລະ​ປິນ 120 ຄົນ​ໃນ​ທົ່ວ​ປະ​ເທດໄປ​ລຽບ​ຕາມ​ເສັ້ນທາງ​ຫຼວງ​ເລກ 6, ​ເຊິ່ງ​ແມ່ນ​ເສັ້ນທາງ​ສຳຄັນ​ພ​າ​ໄປ​ເຖິງ​ເຂດຕໍ່ຕ້ານ ​ໄຕ​ບັກ ​ໃນ​ເມື່ອ​ກ່ອນ ​ແລະ ຈັດ​ຕັ້ງ​ການສະ​ແດງ​ບັນດາ​ລາຍການ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7/5/1954 – 7/5/2014). ການ​ເດີນທາງ​ນີ້ຈະ​ແກ່ຍາວ​ແຕ່​ວັນ​ທີ 9 – 13/3 ຜ່ານ 3 ​ແຂວງ​ຄື: ຮ່ວາ​ບິ່ງ, ​ເຊີນ​ລາ ​ແລະ ດ້ຽນບຽນ. ນັກ​​ດົນຕີ ​ໂດ໋ຮົ່ງກວນ, ຮອງ​ປະທານ​ສະຫະສະມາຄົມ​ວັນນະຄະດີ​ສິລະ​ປະ ຫວຽດນາມ, ​ແບ່ງ​ປັນ​ວ່າ:

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ພວ​ກຂ້າພະ​ເຈົ້າ​ເຮັດ​ຕາມພິທີ​ຢ່າງ​ສົມ​ກຽດ​ຄື​ແນວ​ນີ້, ມີ​ປັດ​ໄຈສ້າງ​ເປັນ​ຖັນ​ແຖວ, ສ້າງ​ຄວາມ​ດຶງ​ດູດ​ໃຈ, ນີ້​ກໍ່​ແມ່ນ​ຮູບ​ພາບ​ຂ​ອງນັກ​ສິລະ​ປິນ​ໃນ​ຍຸກ​ປະຈຸ​ບັນ ທີ່​ມີ​ຕໍ່​ອະ​ດິດຕະການ, ທີ່​ມີ​ຕໍ່​ປະຫວັດສາດ, ສຳລັບ​ພາລະກຳ​ສີ​ລະ​ປະ, ວັດທະນະທຳ​ຂອງ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ “ຜ່ານ​ການ​ເດີ​ນທາງກັບ​ເມືອ​ສະ​ແດງສິລະ​ປະ​ຢູ່ ດ້ຽນບຽນ​ຝູ” ຄັ້ງ​ນີ້, ບັນດາ​ນັກ​ສີ​ລະ​ປິນ​ອາດ​ສາມາດ​ແຕ່ງ​ບົດ​ປະພັນ​ໃໝ່​ຫຼາຍ​ກ່ວາ​ອີກ.”

ຂ່າວ/ບົດ​ອື່ນ